ແຈ້ງສິ້ນສຸດນະໂຍບາຍການໄລ່ຄ່າໄຟຟ້າແບບໃຫມ່
ລັດວິສາຫະກິດໄຟຟ້າລາວ ແຈ້ງມາຍັງທ່ານຜູ້ຊົມໃຊ້ໄຟຟ້າທົ່ວປະເທດຊາບວ່າ: ພາຍຫລັງທີ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີການປະຕິບັດລາຄາໄຟຟ້າໃນໄລຍະແຜ່ລະບາດ
ຂອງພະຍາດ COVID-19 ຕາມແຈ້ງການສະບັບເລກທີ 752/ຫສນຍ,
ເຊິ່ງໄດ້ເລີ່ມປະຕິບັດນັບແຕ່ເດືອນ ເມສາ 2020 ຫາ ເດືອນ ທັນວາ 2020 ທີ່ຜ່ານມາ ແລະ ໄດ້ສືບຕໍ່ປະຕິບັດນະໂຍບາຍດັ່ງກ່າວໃນຕົ້ນປີ 2021 ນັ້ນ,
ມາຮອດປະຈຸບັນແມ່ນໄດ້ສິ້ນສຸດການຈັດຕັ້ງປະຕິບັດແລ້ວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຮັບຊາບການປະຕິບັດໃນຄັ້ງນີ້ດ້ວຍ.
Source: EDL