ລັດຖະບານ ກຽມອອກດຳລັດວ່າດ້ວຍ ລົດບໍລິຫານຂອງລັດ ແນໃສ່ຕ້ານການຟຸມເຟືອຍ
————– !!! ————–
+ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດ ສະພາ 2021 ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າຂອງວັນທີ 20 ແລະ ໄດ້ອັດລົງ ໃນຕອນແລງວັນທີ 21 ພຶດສະພາ 2021 ໂດຍໄດ້ດຳເນີນຜ່ານລະບົບກອງປະຊຸມທາງໄກ ແລະ ພາຍ ໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດ ຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
+ ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ບັນດາເອກະສານສຳຄັນດັ່ງນີ້:
1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2021: ກອງປະຊຸມ ເຫັນ ດີດ້ານຫຼັກການ ຮັບຮອງເອົາເນື້ອໃນຂອງບົດລາຍງານດັ່ງກ່າວ. ສຳລັບແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2021
2. ຮ່າງຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ:
ເນື້ອໃນ ຂອງຮ່າງຄຳສັ່ງສະບັບນີ້ ແມ່ນເນັ້ນໜັກໃສ່ການເພີ່ມຄວາມເປັນເຈົ້າການ ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ;
ກຳນົດຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ເປັນເຈົ້າການ ຈັດຕັ້ງປະຕິບັດມາດຕະການ ທີ່ຕິດພັນກັບການເກັບລາຍຮັບເຂົ້າງົບປະມານຂອງລັດ ໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໃຫ້ຄົບຖ້ວນ, ບໍ່ມີການຮົ່ວໄຫຼ, ພ້ອມທັງ ເອົາໃຈໃສ່ໃນການສ້າງ ແລະ ປັບປຸງນິຕິກຳ ທີ່ກ່ຽວຂ້ອງ, ສ້າງ ແລະ ປັບປຸງໂຄງລ່າງພື້ນຖານການເກັບລາຍຮັບ ໂດຍສະເພາະ ຫັນສູ່ການຄຸ້ມຄອງ ໂດຍນຳໃຊ້ລະບົບເອເລັກໂຕຣນິກ.
3. ຮ່າງດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ: ເນື້ອໃນຂອງຮ່າງດຳລັດສະບັບນີ້ ແມ່ນເນັ້ນໃສ່ການກຳນົດຫຼັກການ, ມາດຕະການ ໃນການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນຂອງລັດ, ຊັບສິນຂອງລັດ ແລະ ເວລາລັດຖະການ ຂອງການຈັດຕັ້ງລັດ ແລະ ລັດວິສາຫະກິດ ໃຫ້ມີຄວາມປະຢັດ ແລະ ມີປະສິດທິຜົນສູງ ເພື່ອສະສົມທຶນຮອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແນໃສ່ຊຸກຍູ້ສົ່ງເສີມ ທົ່ວສັງຄົມ ໃຫ້ມີສະຕິຕື່ນຕົວ ແລະ ເປັນເຈົ້າການ ປະກອບສ່ວນເຂົ້າໃນການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ການຊົມໃຊ້ຊັບສິນສ່ວນຕົວ, ຊັບພະຍາກອນທຳມະຊາດ, ພາຫະນະ, ວັດຖຸສິ່ງຂອງ ແລະ ເວລາ ເພື່ອສະສົມເປັນທຶນຮອນ ໄວ້ພັດທະນາຄອບຄົວ, ປະເທດຊາດບ້ານເມືອງ ແລະ ສ້າງອະນາຄົດທີ່ສົດໃສ ໄວ້ໃຫ້ລູກ-ຫຼານ ສືບທອດຕໍ່ໄປ.
4. ຮ່າງດຳລັດ ວ່າດ້ວຍລົດບໍລິຫານຂອງລັດ: ດຳລັດສະບັບນີ້ ສ້າງຂຶ້ນເພື່ອເປັນເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ລວມສູນ ແລະ ເປັນເອກະພາບ, ຖືກຕ້ອງກັບເປົ້າໝາຍ, ແທດກັບຈຸດພິເສດ ແລະ ພູມສັນຖານ, ປະຢັດ-ຕ້ານການຟູມເຟືອຍ, ໂປ່ງໃສ, ສາມາດກວດສອບໄດ້, ທັງເປັນບ່ອນອີງໃນການຂຶ້ນແຜນ ການຈັດຊື້ພາຫະນະຂອງລັດໃນຕໍ່ໜ້າ ໄດ້ຢ່າງຖືກຕ້ອງ, ແທດຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນ.
ຕໍ່ເອກະສານທີ 2, 3 ແລະ 4, ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງເອກະສານ 3 ສະບັບດັ່ງກ່າວໂດຍມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງນິຕິກຳ 3 ສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ເປັນນິຕິກຳທີ່ສຳຄັນ ໃນການຫັນເປັນອັນລະອຽດເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.
5. ບົດລາຍງານ ຄວາມຄືບໜ້າ ໃນການກະກຽມບັນດາຮ່າງກົດໝາຍ ເພື່ອສະເໜີຄະນະປະຈຳສະ ພາແຫ່ງຊາດ ນຳເຂົ້າພິຈາລະນາ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊາດທີ IX ຊຶ່ງລັດຖະບານ ຈະສະເໜີຮ່າງກົດໝາຍ 11 ສະບັບ, ໃນນີ້ ມີກົດໝາຍສ້າງໃໝ່ ຈຳນວນ 4 ສະ ບັບ ແລະ ກົດໝາຍປັບປຸງ ຈຳນວນ 7 ສະບັບ.
6. ຮ່າງກົດໝາຍ ວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່;
7. ຮ່າງຍຸດທະສາດການພັດທະນາພະລັງງານແຫ່ງຊາດ;
8. ຮ່າງແຜນຍຸດທະສາດ ການຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ ປີ 2021 ຫາ 2030;
9. ຮ່າງແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ;
