ອີງຕາມຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດເມື່ອບໍ່ດົນມານີ້ກຽ່ວກັບສະພາບການເມືອງທີ່ເກີດຂຶ້ນຢູ່ປະເທດມຽນມາໃນປັດຈຸບັນໃຫ້ຮູ້ວ່າ:ໃນຖານະທີ່ ສປປ ລາວເປັນປະເທດບ້ານໃກ້ເຮືອນຄຽງຂອງມຽນມາ ແລະ ເປັນຄອບຄົວອາຊຽນ, ສປປ ລາວໄດ້ຕິດຕາມສະພາບການໃນມຽນມາຢ່າງໃກ້ຊິດ. ພວກເຮົາຍ້ຳຄືນຄວາມສໍາຄັນໃນການປົກປັກຮັກສາສະຖຽນລະພາບທາງການເມືອງຢູ່ໃນບັນດາປະເທດສະມາ ຊິກອາຊຽນ ເພື່ອບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ ທີ່ມີສະຖຽນລະພາບ, ສັນຕິພາບ ແລະ ຄວາມສົມບູນພູນສຸກ.
ກະຊວງການຕ່າງປະເທດ ສປປລາວຮຽກຮ້ອງໃຫ້ມີການແກ້ໄຂບັນຫາ ທາງການເມືອງທີ່ປະເທດມຽນມາຢ່າງສັນຕິວິທີ
ຄຳຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມີດັ່ງນີ້:
1. ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງຂອງມຽນມາ ແລະ ຄອບຄົວອາຊຽນ, ສປປ ລາວ ໄດ້ຕິດຕາມສະພາບການໃນມຽນມາ ຢ່າງໃກ້ຊິດ. ພວກເຮົາ ຢໍ້າຄືນຄວາມສໍາຄັນໃນການປົກປັກຮັກສາສະຖຽນລະພາບທາງການເມືອງ ຢູ່ໃນບັນດາປະເທດສະມາຊິກອາຊຽນ ເພື່ອບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ ທີີ່ມີສະຖຽນລະພາບ, ສັນຕິພາບ ແລະ ຄວາມສົມບູນພຸນສຸກ.
2. ສປປ ລາວ ຢໍ້າຄືນທັດສະນະຂອງອາຊຽນ ດັ່ງທີ່ໄດ້ກໍານົດໃນຖະແຫຼງການປະທານອາຊຽນ ໃນວັນທີ 1 ກຸມພາ 2021 ແລະ ຖະແຫຼງການປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ ໃນວັນທີ 2 ມີນາ 2021. ພວກເຮົາ ຊຸກຍູ້ໃຫ້ທຸກຝ່າຍກ່ຽວຂ້ອງ ຮ່ວມກັນຊອກຫາວິທີທາງແກ້ໄຂແບບສັນຕິວິທີ ໂດຍຜ່ານການປຶກສາຫາລື ແບບສ້າງສັນ ແລະ ສ້າງຄວາມປອງດອງ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອສັນຕິພາບ ແລະ ການພັດທະນາ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ.
3. ສປປ ລາວ ເຄົາລົບບັນດາຈຸດປະສົງ ແລະ ຫຼັກການທີ່ກໍານົດໄວ້ໃນກົດບັດອາຊຽນ, ແລະ ກຽມພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບທຸກປະເທດສະມາຊິກອາຊຽນ ເພື່ອຊ່ວຍປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍໃນການສ້າງສັນຕິພາບ ແລະ ສະຖຽນລະພາບຢ່າງຖາວອນຢູ່ມຽນມາ.
ນະຄອນຫຼວງວຽງຈັນ, 12 ມີນາ 2021