ລັດຖະບານລາວຈະເພີ່ມງົບປະມານ 10ລ້ານ ໂດລາສະຫະລັດ ໃສ່ວຽກງານປ້ອງກັນພະຍາດ COVID-19 ຢູ່ ສປປ ລາວ.

ອີງຕາມ​ການ​ລາຍງານຂ່າວ​ຂອງ​ ສູນຂ່າວສານການແພດສຸຂະສຶກສາ ວັນທີ​ 4​ ມີນາ​ 2021​ ນີ້ໃຫ້ຮູ້ວ່າ:

ລັດຖະບານລາວຈະເພີ່ມງົບປະມານ 10 ລ້ານ ໂດລາສະຫະລັດໃສ່ໂຄງການ ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ.

 

ທັງນີ້, ງົບປະມານດັ່ງກ່າວແມ່ນງົບປະມານກູ້ຢືມດອກເບ້ຍຕໍ່າຈາກທະນາຄານໂລກ ເພື່ອຊຸກຍູ້ໃຫ້ປະຊາຊົນກຸ່ມສ່ຽງໄດ້ຮັບວັກຊີນໂຄວິດ-19. ໂຄງການນີ້ຈະສົ່ງຜົນກະທົບທາງບວກດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການປັບປຸງລະບົບການເຝົ້າລະວັງ, ຕິດຕາມ ແລະ ສະກັດກັ້ນພະຍາດ ໂຄວິດ-19 ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ


ເພື່ອຫຼີກລ່ຽງຜົນກະທົບທາງດ້ານລົບ, ໂຄງການໂຄວິດ-19-ທຄລ ຈື່ງໄດ້ສ້າງມາດຕະການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຕ່າງໆ. ເພື່ອໃຫ້ການດຳເນີນໂຄງການເປັນໄປຢ່າງມີປະສິດທີພາບ ແລະ ເຂົ້າເຖິງປະຊາຊົນຫຼາຍທີ່ສຸດ.

ທີ່ມາ: ​ ສູນຂ່າວສານການແພດສຸຂະສຶກສາ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *