ເລື່ອນການສອບເສັງຄັດເລືອກນັກສຶກສາໃຫມ່ ແບບບໍ່ມີກຳນົດ
ເພື່ອສືບຕໍ່ການເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານ ພະຍາດ COVID-19 ແລະ ການຈັດຕັ້ງການຮຽນ-ການສອນອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຈຶ່ງອອກແຈ້ງການ
ໂດຍໃຫ້ທຸກພາກສ່ວນພາຍໃນ ມຊ ສືບຕໍ່ ເພີ່ມທະວີປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ, ສືບຕໍ່ໂຈະການລົງທະບຽນສອບເສັງເຂົ້າຮຽນ ມຊ ກັບທີ່ ແລະ ການອອກບັດເຂົ້າ ຫ້ອງສອບເສັງຢູ່ສະໂມສອນໃຫຍ່ ມຊ, ເລື່ອນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນມະຫາວິທະຍາໄລແຫ່ງຊາດອອກໄປຈົນກວ່າຈະມີແຈ້ງການເພີ່ມເຕີມ, ສະຖານທີ່ເຮັດວຽກທີ່ບໍ່ສາມາດຮັບປະກັນໄລຍະຫ່າງ 01 ແມັດຂຶ້ນໄປ ແມ່ນໃຫ້ຜັດປ່ຽນກັນມາປະຈຳການ, ພະນັກງານເພດຍິງທີ່ຖືພາ, ພະນັກງານທີ່ມີອາໄສຢູ່ເຂດແດງ ແມ່ນໃຫ້ປະຈໍາການເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ, ໃຫ້ຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນຮູບແບບທາງໄກ (Online) ແລະ ຫ້າມເດັດຂາດບໍ່ໃຫ້ຊຸມແຊວສ້າງສັນງານລ້ຽງ ທຸກປະເພດ
