ມວນອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາ

ມວນອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ພ້ອມດຽວກັນ ລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາ ພ້ອມມີ ໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໜາວເຢັນຢູ່ໃນແຕ່ລະພາກ ໂດຍສະເພາະຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.
ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 27/12/2021 ຫາເວລາ 7:00 ໂມງ ວັນທີ 28/12/2021
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາໜາວເຢັນຫລາຍ ແລະ ຈະມີຝົນ ຕົກຄ່ອຍຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ ແລະ ຫົວພັນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 09-23 ອົງສາ.
-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ.ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 45% ຂອງພາກ. ອຸນຫະພູມ ໃນລະຫວ່າງ 10-29 ອົງສາ.
ນະຄອນຫລວງວຽງຈັນ: ອາກາດໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 17-29 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 14-30 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 05-23 ອົງສາ.
-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 19-31 ອົງສາ.
-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມໝອກໜາປົກ ຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%.ອຸນຫະພູມໃນລະຫວ່າງ 08-23 ອົງສາ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *