ລັດວິສາຫະກິດໄຟຟ້າລາວ (ຟຟລ) ອອກແຈ້ງການເພີ່ມເຕີມ ເຖິງຝ່າຍລະບົບຈຳໜ່າຍ, ສາຂານະຄອນຫຼວງ 1, ສາຂານະຄອນຫຼວງ 2 ແລະ ສາຂາແຂວງ ໃນທົ່ວປະເທດ ເລື່ອງໃຫ້ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການບໍລິການໃຫ້ກັບສັງຄົມ ໂດຍສະເພາະແມ່ນວຽກງານກ່ຽວກັບລະບົບໃບບິນ BS2000 ໃນຂອບເຂດທົ່ວປະເທດດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ມອບໃຫ້ຝ່າຍລະບົບຈຳໜ່າຍ ແລະ ສາຂາ ໃນທົ່ວປະເທດ ເອົາໃຈໃສ່ວຽກງານດັ່ງນີ້:
I. ວຽກງານກ່ຽວກັບລະບົບໃບບິນ:
1.1. ການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ ການກັ່ນຕອງຄວາມຖືກຕ້ອງ ກ່ອນການພິມໃບບິນ, ການສົ່ງໃບບິນ, ການເກັບເງິນ, ການຕີຫຼັກຈ່າຍຄ່າໄຟ ແລະ ອື່ນໆ ເຂົ້າຖານຂໍ້ມູນຂອງລະບົບໃບບິນ BS2000 ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ ຕາມຂໍ້ກໍານົດທີ່ໄດ້ປະກາດໃຊ້ໄປແລ້ວ.
1.2. ຝຶກອົບຮົມໃຫ້ແກ່ພະນັກງານຂອງຕົນທີ່ເຮັດວຽກກ່ຽວກັບລະບົບໃບບິນຢ່າງເປັນປະຈໍາ ແລະ ຕໍ່ເນື່ອງທັງຜູ້ເກົ່າ ແລະ ຜູ້ມາປ່ຽນແທນໃໝ່, ຖ້າຫາກມີການຜິດພາດເກີດຂຶ້ນໃນຂົງເຂດຄວາມຮັບຜິດຊອບຂອງພາກສ່ວນໃດ ແມ່ນໃຫ້ຮີບຮ້ອນອອກໜັງສືແຈ້ງ ຫາຜູ້ຊົມໃຊ້ຮັບຮູ້ຢ່າງທັນການ ພ້ອມທັງຊີ້ແຈງຕໍ່ຄວາມຜິດພາດທີ່ເກີດຂຶ້ນຢ່າງຊັດເຈນ.
II. ມາດຕະການຕໍ່ຜູ້ກະທໍາຜິດ: ເພີ່ມຕື່ມຈາກມາດຕາ 5 ຂອງຂໍ້ກໍານົດ ສະບັບເລກທີ 2988/ຟຟລ ລົງວັນທີ 10/8/2020 ພະນັກງານທີ່ບົກຜ່ອງຕໍ່ໜ້າທີ່ ແລະ ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການ ຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດ ພາຍຫຼັງທີ່ຖືກພິຈາລະນາຂໍ້ມູນອ້ອມຂ້າງຮອບດ້ານແລ້ວ ດັ່ງນີ້:
2.1. ສໍາລັບພະນັກງານສັນຍາຈ້າງ ທີ່ເປັນຕົ້ນເຫດຂອງຄວາມຜິດ ແມ່ນຈະຖືກພັກວຽກບໍ່ມີກໍານົດຍົກເລີກສັນຍາການວ່າຈ້າງທັນທີ ໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.
2.2. ສໍາລັບພະນັກງານຂອງ ຟຟລ ທີ່ຢູ່ໃນຂະບວນການຈົດເລກໝໍ້ນັບໄຟ, ປ້ອນໂຕເລກເຂົ້າຖານຂໍ້ມູນ,ກວດກາກ່ອນພິມໃບບິນ, ຖ້າຫາກພາຍຫຼັງການກວດກາໂດຍ ຝ່າຍກວດກາ ແລະ ພິຈາລະນາ ໂດຍຄະນະກຳມະການຄົ້ນຄວ້າວິໄນ ເຫັນວ່າມີຄວາມຜິດ ຫຼື ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ພາບພົດຂອງ ຟຟລ ແມ່ນຈະຖືກປົດປ່ອຍອອກຈາກການຈັດຕັ້ງຕາມລະບຽບຂອງ ຟຟລ.
2.3. ຫົວໜ້າຜູ້ຊີ້ນໍາໃນຂັ້ນຖັດຂຶ້ນໄປ ແມ່ນຈະຖືກໃຫ້ຂຽນໃບສໍາຫລວດຂັ້ນຫ້ອງການ ແລະ ຂັ້ນສາຂາຕາມລຳດັບ ແລະ ໂຈະການເລື່ອນຂັ້ນເງິນເດືອນ 1 ຄັ້ງ.
2.4. ຖ້າຫາກຜູ້ຊົມໃຊ້ ແຈ້ງບັນຫາກ່ຽວພັນກັບໝໍ້ນັບໄຟ ຫຼື ໃບບິນ ໄປຫາ ສູນບໍລິການ, ສາຍດ່ວນ 1199 ຫຼື ສາຂາ ແຕ່ບໍ່ໄດ້ຮັບການແກ້ໄຂ ຫຼື ຊີ້ແຈງຄືນ ພາຍໃນ 7 ວັນ, ແມ່ນຖືວ່າຜູ້ໄດ້ຮັບແຈ້ງ ຫຼື ພາກສ່ວນກ່ຽວຂ້ອງນັ້ນ ມີຄວາມຜິດເຊັ່ນກັນ ແລະ ຖືກປະຕິບັດວິໄນ ຕາມຂໍ້ 2.1 – 2.3 ຂ້າງເທິງຕາມແຕ່ລະກໍລະນີ.