ລາຍງານ 28 ມີນາ 2021, ສື່ທ້ອງຖິ່ນຫຼາຍແຫ່ງຂອງມຽນມາລາຍງານຈຳນວນຜູ້ເສຍຊີວິດ ຈາກການປາບປາມການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານທະຫານມຽນມາ ເມື່ອວັນເສົາ (27 ມີນາ 2021) ທີ່ຜ່ານມາ ເຊິ່ງກົງກັບວັນຄົບຮອບ 76 ປີ ຂອງການສ້າງຕັ້ງກອງທັບມຽນມາ ວ່າມີຈຳນວນຜູ້ເສຍຊີວິດບໍ່ຕ່ຳກວ່າ 100 ຄົນ ໂດຍສຳນັກຂ່າວ Myanmar Now ລາຍງານວ່າມີຜູ້ເສຍຊີວິດ 114 ຄົນ.
ໃນດ້ານຂອງສຳນັກຂ່າວ The Irrawaddy ລາຍງານວ່າ: ມີຜູ້ເສຍຊີວິດ 102 ຄົນ ໃນນັ້ນແມ່ນລວມມີເດັກນ້ອຍ 4 ຄົນ ອາຍຸລະຫວ່າງ 5-15 ປີ ຈາກປະຕິບັດການສະຫຼາຍການໂຮມຊຸມນຸມຂອງກອງກຳລັງປະກອບອາວຸດທັງທະຫານ ແລະ ຕຳຫຼວດ ທີ່ເກີດຂຶ້ນຢູ່ 44 ເມືອງ ໃນ 10 ລັດ ຈາກທັງໝົດ 14 ລັດທົ່ວປະເທດ, ໂດຍເຂດທີ່ມີຄວາມຮຸນແຮງທີ່ສຸດຄືນະຄອນຢ່າງກຸ້ງ ແລະ ເມືອງມັນດະເລ.
ຈາກເຫດການທີ່ເກີດຂຶ້ນໃນວັນດັ່ງກ່າວ ຖືເປັນວັນນອງເລືອດທີ່ສຸດຄັ້ງໃໝ່ ນັບຕັ້ງແຕ່ກອງທັບມຽນມາກໍ່ການລັດຖະປະຫານ ເມື່ອວັນທີ 1 ກຸມພາ 2021 ທີ່ຜ່ານມາ ແລະ ເຮັດໃຫ້ຈຳນວນຜູ້ເສຍຊີວິດສະສົມເພີ່ມເປັນ 429 ຄົນ, ມີຜູ້ໄດ້ຮັບບາດເຈັບອີກເປັນຈຳນວນຫຼາຍ ແລະ ມີຜູ້ຖືກຈັບກຸມຫຼາຍກວ່າ 3,000 ຄົນ ລວມເຖິງທ່ານ ນາງ ອອງ ຊານ ຊູຈີ ແລະ ທ່ານ ວິນ ມິນ ອະດີດປະທານປະເທດມຽນມາ.
ໃນດ້ານຂອງສະຖານເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈຳນະຄອນຢ່າງກຸ້ງ ອອກຖະແຫຼງການປະນາມກອງທັບມຽນມາທີ່ເຂັ່ນຂ້າປະຊາຊົນ ເຊິ່ງຖືເປັນການຜິດຕໍ່ຄຳໝັ້ນສັນຍາທີ່ວ່າ ທະຫານຈະປົກປ້ອງປະຊາຊົນ ແລະ ສະແດງຄວາມເປັນຫ່ວງຕໍ່ເຫດການຄົນຮ້າຍຍິງປືນຫຼາຍນັດ ສ້າງຄວາມເສຍຫາຍໃຫ້ກັບແວ່ນແກ້ວປ່ອງຢ້ຽມ ຂອງສູນວັດທະນະທຳອາເມຣິກາ ໃນນະຄອນຢ່າງກຸ້ງ ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກເຫດການນີ້.