ພົບຜູ້ຕິດເຊື້ອໃໝ່ ເປັນພະນັກງານສູນລົດເບັ້ນ!ບໍລິສັດ ໂອໂຕ້ລາວ ເຊິ່ງເປີດສູນຈໍາໜ່າຍລົດຍີ່ຫໍ້ Mercedez Benz ແລະ ມີຫ້ອງວາງສະແດງຢູ່ທີ່ ບ້ານ ວັດນາກ ເມືອງ ສີສັດຕະນາກ
ໄດ້ແຈ້ງວ່າມີພະນັກງານຄົນໜຶ່ງຂອງສູນໄດ້ກວດພົບເຊື້ອພະຍາດໂຄວິດ-19 ເຊິ່ງຜູ້ກ່ຽວໄດ້ກັບມາເຮັດວຽກຫຼັງຈາກພັກຜ່ອນປີໃໝ່ ແລະ
ກັບມາເຮັດວຽກຄືນ ໃນວັນທີ 20 ເມສາ 2020 ແລະ ໄດ້ລາຍງານວ່າຜູ້ກ່ຽວໄດ້ເດີນທາງໄປໃສແນ່.
ໃນມື້ດຽວກັນ ເວລາ 15 ໂມງ, ຜູ້ກ່ຽວໄດ້ເດີນທາງໄປກວດເຊື້ອພະຍາດ ແລະ ຈໍາກັດບໍລິເວນຢູ່ໂຮງໝໍ 103 ນັບຕັ້ງແຕ່ເວລານັ້ນ. #ຜົນວິເຄາະຂອງຜູ້ກ່ຽວແມ່ນບວກ.
ທາງບໍລິສັດ ໂອໂຕ້ລາວ ໄດ້ປິດຫ້ອງວາງສະແດງ ທັນທີທີ່ຮູ້ຂ່າວ, ຕິດຕໍ່ຫາລູກຄ້າທີ່ອາດຈະໄດ້ພົວພັນກັບພະນັກງານຄົນດັ່ງກ່າວ ແລະ ຈັດໃຫ້ພະນັກງານທຸກຄົນໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ສັກວັກຊີນປ້ອງກັນ.
ທັງນີ້, ໃນຕອນເຊົ້າ ວັນທີ 21 ເມສາ ໄດ້ທຳການປິດພື້ນທີ່ ເພຶ່ອທຳຄວາມສະອາດຂ້າເຊື້ອພື້ນທີສ່ຽງໃນບໍລິສັດ ໂດຍຜ່ານໜ່ວຍສະເພາະກິດ ແລະ
ປິດບໍລິສັດເປັນເວລາຢ່າງໜ້ອຍ 14 ມື້ ເພື່ອສະແດງຄວາມຮັບຜິດຊອບຕໍ່ສັງຄົມ#ຊົມເຊີຍໃນນໍ້າໃຈຮັບຜິດຊອບ
ທີ່ມາຈາກ: wordnews.xyz