ພີເຊັນເຕີຄົນໃໝ່ຂອງ LDB ເບວລ່າ ດາລາໄທ ກັບໜຸ່ມ ວິນ

ພີເຊັນເຕີຄົນໃໝ່ຂອງ LDB ເບວລ່າ ດາລາໄທ ກັບໜຸ່ມ ວິນ

LDB Bank ຈັດເຕັມ ຈັບມື ເບວລ່າ ລານີ ແລະ ວິນລ້ຽມ Vergin90 ມາເປັນ Presenter ຮ່ວມງານໂຄສະນາຄົນໃໝ່ ກັບທະນາຄານ ພັດທະນາລາວ LDB Bank

ກໍາລັງເປັນກະແສມາແຮງ ໃນສື່ອອນລາຍ ທະນາຄານ ພັດທະນາລາວ LDB Bank ເປີດໂຕ Presenter ທີ່ຈະມາຮ່ວມງານໂຄສະນາ ກັບທະນາຄານ ຖືວ່າເປັນການປ່ຽນໂສມໜ້າໃໝ່ ຂອງວຽກງານການໂຄສະນາ ເພາະ Presenter ຄົນໃໝ່ໃນຄັ້ງນີ້ ກໍ່ຄື ເບວລ່າ ລານີ ເຊິ່ວເຊື່ອວ່າ ຫຼາຍໆຄົນຮູ້ຈັກກັນດີ ເພາະເປັນນັກສະແດງ ດາລາ ທີ່ມີຊື່ສຽງ ຈາກປະເທດໄທ ແລະ ມີຜົນງານລະຄອນ, ຜົນງານການເປັນ Presenter ທີ່ຫຼາກຫຼາຍ ໃຫ້ເຮົາເຫັນຜ່ານທາງໂທລະພາບ ແລະ ສື່ໂຄສະນາຕ່າງໆ; ແລະ Presenter ອີກຄົນໜຶ່ງ ທີ່ກໍາລັງເປັນກະແສບໍ່ແພ້ກັນ ໃນ ສປປ ລາວ ນັ້ນກໍ່ຄື ວິນລ້ຽມ Vergin90 ພໍ່ຄ້າໜຸ່ມ

ເຈົ້າສະເໜ່ມາແຮງ ທີ່ໂດ່ງດັງ ໃນການຂາຍເຄື່ອງທາງອອນລາຍ ແລະ ຍັງເປັນໜຸ່ມໃຈບຸນ ທີ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຕົກທຸກ ໄດ້ຍາກ ໃຫ້ເຮົາເຫັນຜ່ານ Content ລົງທາງເພຈເຟສບຸກ ຢ່າງເປັນປະຈໍາ.

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *