ພາຍຸມາອີກຫົວໃໝ່! ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ, ລົມພັດແຮງ ໄລຍະວັນທີ 14-15 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ຕຸລາ 2021 ວ່າ: ໃນໄລຍະວັນທີ 11 ຫາ 12 ຕຸລານີ້ ລົມພາຍຸໝຸນເຂດຮ້ອນ ກົມປາສຸ (KOMPASU) ຫົວທີ 18 ປະຈໍາປີ 2021 ທີ່ມີຈຸດທີ່ຕັ້ງຢູ່ເຂດມະຫາສະມຸດປາຊີຟິກ ຄາດວ່າຈະເຄື່ອນທີ່ຜ່ານທະເລຈີນໃຕ້ຕອນເທິງ ໃນວັນທີ 12 ຫາ 13 ຕຸລາ. ພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານ ແລະ ສືບຕໍ່ເຄື່ອນຂຶ້ນຝັ່ງຂອງປະເທດຫວຽດນາມ ໃນໄລຍະວັນທີ 14 ຫາ 15 ຕຸລາ, ຫຼັງຈາກນັ້ນຈະອ່ອນກໍາລັງລົງກາຍເປັນ ລົມພາຍຸດີເປຼຊັນເຄື່ອນທີ່ຜ່ານພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ ຂອງປະເທດລາວ.
ໃນນີ້, ໄດ້ມີຄໍາເຕືອນເພື່ອເຝົ້າລະວັງ ໂດຍແຈ້ງເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ຳຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *