ພະແນກຕໍາຫຼວດຈາລະຈອນແນະນໍາການຂັບຂີ່ຢູ່ທາງດ່ວນ

ພະແນກຕໍາຫຼວດຈາລະຈອນ ນະຄອນຫຼວງວຽງຈັນ ສົມທົບກັບ ບໍລິສັດຮ່ວມທຶນພັດທະນາທາງ ດ່ວນລາວ-ຈີນ ຈໍາກັດໄດ້ຈັດກິດຈະກຳແນະນໍາກົດລະບຽບຈາລະຈອນກໍຄືຫຼັກການນໍາໃຊ້ທາງດ່ວນຢ່າງຖືກ ຕ້ອງ ແລະ ປອດໄພໃຫ້ແກ່ນັກຂັບຂີ່ທີ່ນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງໃຫ້ຮູ້ ແລະ ປະຕິ ບັດຕາມ ໄດ້ຈັດຂຶ້ນໃນວັນທີ 12 ເມສານີ້,

ໂດຍການເຂົ້າຮ່ວມກິດຈະກຳຂອງທ່ານ ພັນໂທ ວິລະພົງ ສະເນ່ຫາ ຫົວໜ້າພະແນກຈາລະຈອນນະຄອນຫຼວງ, ທ່ານ ມາຫົງຫວາງ ຮອງປະທານບໍລິສັດ ຮ່ວມທຶນ ພັດທະນາທາງດ່ວນລາວ-ຈີນ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອໂຄສະນາໃຫ້ນັກຂັບຂີ່ຮັບຮູ້ຫຼັກການ, ລະບຽບການນໍາໃຊ້ທາງດ່ວນຢ່າງຖືກຕ້ອງ ແລະ ປະຕິບັດຕາມຢ່າງເຂັ້ມງວດ, ເພື່ອເຮັດໃຫ້ການສັນຈອນຢູ່ທາງດ່ວນມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຫຼີກເວັ້ນການເກີດອຸບັດເຫດ, ເພື່ອປະກອບສ່ວນເຮັດໃຫ້ການເດີນທາງໄປທ່ອງທ່ຽວ ຫຼື ສະຫຼອງວັນບຸນປີໃໝ່ລາວ ພສ 2564 ມີຄວາມເບີກບານມ່ວນຊື່ນ.
ຫຼັກການຂັບຂີ່ລົດຢູ່ທາງດ່ວນຢ່າງຖືກຕ້ອງ ແລະ ປອດໄພທີ່ນັກຂັບຂີ່ຕ້ອງຮັບຮູ້ ແລະ ປະຕິ ບັດຕາມຢ່າງເຂັ້ມງວດຄື:
1. ທາງດ່ວນມີ 2 ທິດ, ໄປ ແລະ ກັບ ແຕ່ລະທິດມີ 2 ຊ່ອງຈາລະ ຈອນຊ່ອງຂວາ ແມ່ນຊ່ອງສໍາລັບຂັບປົກກະຕິ, ຊ່ອງຊ້າຍແມ່ນຊ່ອງສໍາລັບຊີງຂຶ້ນໜ້າ,

2. ຍານພາຫະນະ ທີ່ຈະເຂົ້າໄປທາງດ່ວນຕ້ອງມີມາດຕະຖານເຕັກນິກທີ່ປອດໄພເຊັ່ນ: ລະບົບເບຣກ, ລະບົບໄຟຕາ-ໄຟສັນ ຍານ, ຢາງຕີນລົດ ແລະ ອື່ນໆ,

3. ຜູ້ຂັບຂີ່ຕ້ອງມີໃບອະນຸຍາດຂັບຂີ່ ແລະ ເອກະສານທີ່ກ່ຽວຂ້ອງ, ມີຄວາມຊຳນານໃນການຂັບຂີ່ມີສຸຂະພາບແຂງແຮງບໍ່ດື່ມສິ່ງມຶນເມົາ, ບໍ່ອິດເມື່ອຍ ແລະ ອ່ອນເພຍ,

4. ການໃຊ້ທາງດ່ວນຕ້ອງຮັດສາຍຮັດນິລະໄພ, ຜ່ອນຄວາມໄວເປີດໄຟສັນຍານ, ສັງເກີດເບິ່ງພາຫະນະທີ່ ແລ່ນມາຕາມທາງເມື່ອມີຄວາມປອດໄພແລ້ວຈຶ່ງຄ່ອຍເລັ່ງຄວາມໄວຂຶ້ນເພື່ອເຂົ້າຊ່ອງຈາລະຈອນເບື້ອງ ຂວາ,

5. ຂັບຂີ່ລົດຢູ່ທາງດ່ວນຕ້ອງຕັ້ງສະຕິ, ສາຍຕາເບິ່ງໄປທາງໜ້າໃຫ້ເຫັນໄກທີ່ສຸດເທົ່າທີ່ຈະໄກໄດ້,

6. ຕ້ອງປະຕິບັດຕາມປ້າຍຈໍາກັດຄວາມໄວຄື: ປະເພດລົດເບົາໃຫ້ແລ່ນດ້ວຍຄວາມໄວແຕ່ 80-110 ກມ/ຊມ, ປະເພດລົດບັນທຸກ-ລົດຂົນສົ່ງຜູ້ໂດຍສານໃຫ້ແລ່ນດ້ວຍຄວາມໄວແຕ່ 70-90 ກມ/ຊມ, ແລ່ນ ຜ່ານອຸມົງຫ້າມເກີນ 80ກມ/ຊມ,

7. ຕ້ອງຮັກສາໄລຍະຫ່າງຈາກລົດຄັນທາງໜ້າພໍສົມຄວນ ຫຼື ໃຫ້ເໝາະ ສົມກັບຄວາມໄວທີ່ກຳລັງໃຊ້ຢູ່ເພື່ອຄວາມປອດໄພ,

8. ກ່ອນຈະຊີງຂຶ້ນໜ້າຕ້ອງເບິ່ງແວ່ນຊ່ອງໜ້າຂ້າງ ເບື່ອງຊ້າຍ ແລະ ແວ່ນຊ່ອງຫຼັງ, ເມື່ອມີຄວາມປອດໄພຈຶ່ງເປີດໄຟສັນຍານເບື່ອງຊາຍ ຖ້າເປັນກາງຄືນໃຫ້ ເຕືອນໂດຍກົດໄຟຕາສູງ-ຕໍ່າສະລັບກັນເລັ່ງຄວາມໄວຂຶ້ນເມື່ອຊີງວິດແລ້ວຈຶ່ງເປີດໄຟສັນຍານເບື່ອງຂວາ ແລ້ວແນບເຂົ້າສູ່ຊ່ອງຈາລະຈອນເບື້ອງຂວາ, ຜູ້ຖືກຊີງເມື່ອຮູ້ວ່າລົດຄັນທາງຫຼັງຂໍຊີງຂຶ້ນ ແລະ ເຫັນວ່າຢູ່ ທາງໜ້າມີຄວາມປອດໄພກໍໃຫ້ເປີດສັນຍານເບື້ອງຂວາເພື່ອເຕືອນໃຫ້ຜູ້ຊີງຮູ້,

9. ຫ້າມໃຊ້ໂທລະສັບມືຖື, ເບິ່ງໂທລະພາບ – ຮູບພາບ ແລະ ອື່ນໆ, ຜູ້ໂດຍສານບໍ່ຄວນວົນແຊວ ຫຼື ລົບກວນສະມາທິຜູ້ຂັບຂີ່,

10. ຕ້ອງຂັບຂີ່ໄປຕາມຊ່ອງທາງຈາລະຈອນຂອງຕົນຫ້າມຢຽບ ຫຼື ຄາບເສັ້ນແບ່ງຊ່ອງທາງຈາລະຈອນເວັ້ນ ເສຍແຕ່ຈະຊີງ ຫຼື ລ້ຽວຂວາເພື່ອໄປຈຸດສະຖານີປາຍທາງ, ຫ້າມລ້ຽວຊ້າຍ ຫຼື ໂຄ້ງກັບຄືນຢູ່ໃນ ທາງດ່ວນຢ່າງເດັດຂາດ,

11. ກ່ອນຈະອອກຈາກທາງດ່ວນຕ້ອງຜ່ອນຄວາມໄວເພື່ອເຂົ້າປ່ອງບໍລິການ ຈ່າຍເງິນ ແລະ ອອກຈາກທາງດ່ວນ,

12 ເມື່ອເກີດອຸບັດເຫດເຊັ່ນ: ລົດເປ່ເພ ຫຼື ຂັດຂ້ອງດ້ານເຕັກນິກ ແລະ ອື່ນໆ ໃຫ້ສົ່ງສັນຍານລ້ຽວຂວາແຍກເຂົ້າຈອດຢູ່ຊ່ອງທາງສຸກເສີນເບື່ອງຂວາສຸດ, ໃນການເກີດອຸ ບັດເຫດຕ້ອງຢຸດລົດທັນທີເປີດໄຟສັນຍານສຸກເສີນ, ບໍ່ໃຫ້ເຄື່ອນຍ້້າຍຍານພາຫະນະວັດຖຸຊິ້ນສ່ວນ ທີ່ກ່ຽວ ຂ້ອງກັບອຸບັດເຫດວາງເຄື່ອງໝາຍເຕື່ອນອັນຕະລາຍຫ່າງຈາກຫຼັງລົດ 150 ແມັດ

ໃນກາງເວັນ, 250 ແມັດໃນກາງຄືນ, ຜູ້ຂັບຂີ່-ຜູ້ໂດຍສານຕ້ອງອອກໄປຢູ່ບ່າທາງບ່ອນທີ່ປອດໄພ ແລະ ໃຫ້ຕິດຕໍ່ເບີໂທ 030 5162060 ຂອງເຈົ້າໜ້າທີ່ທາງດ່ວນທັນທີ.

ພາບ, ຂ່າວ: ບຸນອູ້ມ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *