ຜົນກະທົບຈາກໂຄວິດ-19 ເຮັດໃຫ້ແຮງງານລາວ 114.​000 ຄົນ​ ຖືກໂຈະເຮັດວຽກ; 130.​000 ຄົນ ຕ້ອງກັບຈາກການເຮັດວຽກຢູ່ຕ່າງປະເທດ

ຜົນກະທົບຈາກໂຄວິດ-19 ເຮັດໃຫ້ແຮງງານລາວ 114.​000 ຄົນ​ ຖືກໂຈະເຮັດວຽກ; 130.​000 ຄົນ ຕ້ອງກັບຈາກການເຮັດວຽກຢູ່ຕ່າງປະເທດ​ ແລະ​ ມີແຮງງານນອກລະບົບຈຳນວນຫຼາຍໄດ້ຮັບຜົນກະທົບ.​
ເນື່ອງໃນໂອກາດ​ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ໄດ້ໄຂຂຶ້ນເລີ່ມແຕ່ວັນທີ 3-19 ມິຖຸນາ 2021, ທີ່ ເມືອງເຈນີວາ, ປະເທດສະວິດເຊີແລນ ພາຍຫົວຂໍ້: “ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງລັດຖະບານ ເພື່ອປົກປ້ອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ” ດ້ວຍຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ໂອມາ ຊະໄນເບີ (Omar ZNIBER) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນຂອງປະເທດ ໂມລ໋ອກໂກ ປະຈຳອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ທີ່ເຊີແນວ ແລະ ມີຜູ້ແທນຈາກບັນດາປະເທດສະມາຊິກອົງການແຮງງານສາກົນ 3.856 ທ່ານ ໃນ 176 ປະເທດເຂົ້າຮວ່ມ.
ກອງປະຊຸມໃນຄັ້ງນີ້, ທ່ານ ນາງ ໃບຄຳ ຂັດທິຍະ, ຕາງໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວປະກອບຄວາມເຫັນ ເຊິ່ງມີບາງຕອນທີ່ສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະຖຽນລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ. ສຳລັບ ສປປ ລາວ ໂຄວິດ 19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114.000 ຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130.000 ຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ.​ ນອກນັ້ນ, ກໍຍັງມີແຮງງານນອກລະບົບຈຳນວນຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ. ຂະແໜງບໍລິການ ເປັນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍກວ່າຂະແໜງການອືື່ນ ຊຶ່ງມາຮອດປັດຈຸບັນແມ່ນບໍ່ສາມາດກັບມາດຳເນີນກິດຈະການໄດ້, ຂະແໜງການຜະລິດເສື້ອຜ້າ, ເກີບ ແລະ ຜະລິດຕະພັນອື່ນເພື່ອສົ່ງອອກ ກໍ່ບໍ່ສາມາດດຳເນີນການຜະລິດໄດ້ເປັນປົກກະຕິ.
ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ປະຕິບັດມາດຕະການໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ກຳນົດນະໂຍບາຍຍົກເວັ້້ນອາກອນເງິນເດືອນ, ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆຂອງຜູ້ລົງທຶນ ລວມທັງການຈ່າຍເງີນສົມທົບເຂົ້າກອງທຶນປະກັນສັງຄົມ. ພ້ອມນີ້, ລັດຖະບານໄດ້ອະນຸຍາດຈ່າຍເງິນອຸດໜູນການວ່າງງານໃຫ້ສະມາຊິກກອງທຶນເປັນກໍລະນີພິເສດ ຊຶ່ງໄດ້ຈ່າຍທັງໝົດ 38,18 ຕື້ກີບ ຫຼື ປະມານ 4 ລ້ານໂດລາສະຫະລັດ”
ເນື້ອໃນຂ່າວ: ກະຊວງ​ ຮສສ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *