ປະກາດຮັບສະໝັກ ພະນັກງານ-ລັດຖະກອນໃໝ່ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ປະຈຳປີ 2022.

ກົມຈັດຕັ້ງ-ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກຂໍແຈ້ງມາຍັງຜູ້ທີ່ມີຄວາມສົນໃຈຢາກສະໝັກເຂົ້າເປັນພະນັກງານ-ລັດຖະກອນ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ປະຈຳປີ 2022
*ຮັບຈຳນວນ 3 ໂກຕ້າ* ລາຍລະອຽດດັ່ງລຸ່ມນີ້:
*ມາດຖານ ແລະ ເງື່ອນໄຂການສະໝັກເຂົ້າສອບເສັງ*
– ຈົບປະລິນຍາຕີຂື້ນໄປ ຢູ່ພາຍໃນ ຫຼື ຕ່າງປະເທດ;
– ຈົບສາຂາວິຊາກົດໝາຍສາກົນ, ພົວພັນຕ່າງປະເທດ, ເສດຖະສາດ, ການເມືອງ, ວຽກງານຈັດຕັ້ງການພັດທະນາຊັບພະຍາກອນມະນຸດ;
– ຈົບພາສາຈີນ, ພາສາຫວຽດນາມ, ພາສາເກົາຫລີ, ພາສາອັງກິດ ແລະ ພາສາອື່ນໆ ໃນລະດັບດີ(ຖ້າມີໃບຄະແນນ IELTS ໃນລະດັບ 5,5 ຂຶ້ນໄປຍິ່ງເປັນການດີ).
– ເປັນຄົນສັນຊາດລາວ, ບຸກຄະລິກດີ, ອາຍຸບໍ່ເກີນ 35 ປີ;
– ລວງສູງເພດຍິງ 1,60 ແມັດ ຂຶ້ນໄປ, ເພດຊາຍ 1,65 ແມັດຂຶ້ນໄປ;
– ບໍ່ມີປະຫວັດຖືກຄະດີມາກ່ອນ;
– ມີສຸຂະພາບແຂງແຮງດີ;
ຖ້າທ່ານໃດສົນໃຈ ສາມາດພົວພັນເອົາຄຳຮ້ອງຢູ່ຄະນະພົວພັນຕ່າງປະເທດສູນກາງພັກ(ກົມຈັດຕັ້ງ – ພະນັກງານ) ຕັ້ງຢູ່ ບ້ານ ສີວິໄລ(ຫລັກ6), ເມືອງໄຊທານີ, ນະຄອນຫລວງວຽງຈັນ
ໃນໂມງລັດຖະການເລີ່ມແຕ່ວັນທີ 03/5/2022-10/5/2022 .
ໂທ: 021 41 7460, 020 59 854 334, 020 56 328 286

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *