ນໍ້າເຊກອງ​ ລົ້ນຝັ່ງໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ​ ຢູ່ເທສະບານຂອງແຂວງອັດຕະປື​

ພະແນກຊັບພະຍາກອນທໍາມະຊາດ ແລະ​ ສິ່ງແວດລ້ອມແຂວງອັດຕະປື​ ລາຍງານໃຫ້ຮູ້ວ່າ: ​ 8​ໂມງເຊົ້າຂອງວັນທີ 29​ ກັນຍາ​ 2022​ ນໍ້າເຊກອງ​ ຢູ່ຈຸດວັດແທກບ້ານ​ ເວີນແຄນ, ເມືອງສາມັກຄີໄຊ,ແຂວງອັດຕະປື​ ວັດແທກໄດ້ 16,​28​ ແມັດ, ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນຕະລາຍ.
ນໍ້າເຊກອງ​ ລົ້ນຝັ່ງໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ​ ຢູ່ເທສະບານຂອງແຂວງອັດຕະປື​ ເຊັ່ນ​ ບ້ານເວີນແຄນ, ບ້ານສະເພົາທອງ,​ ບ້ານບຸ່ງ,​ ບ້ານ​ຫຼັກສາມ​ ແລະ​ ບ້ານ​ເຊກອງ​ ຫລາຍຫລັງຄາເຮືອນໄດ້ຮັບຄວາມເສຍຫາຍ.
ແຈ້ງໃຫ້ປະຊາຊົນຫຼາຍຄອບຄົວໄດ້ຮີບຮ້ອນຂົນເຂົ້າຂອງຊັບສິນຍ້າຍໄປໄວໃນບ່ອນພື້ນທີ່ສູງ​ ແລະ​ ປັດຈຸບັນລະດັບນໍ້າຍັງເພີ່ມສູງຂຶ້ນເລື້ອຍໆ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *