ນໍ້າເຊກອງລົ້ນຝັ່ງ ໄຫຼເຂົ້າຖ້ວມເຮືອນຂອງປະຊາຊົນຢູ່ເທດສະບານແຂວງອັດຕະປື

ນໍ້າເຊກອງລົ້ນຝັ່ງ ໄຫຼເຂົ້າຖ້ວມເຮືອນຂອງປະຊາຊົນຢູ່ເທດສະບານແຂວງອັດຕະປື

ຂໍ້ມູນລານງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ​ ສິ່ງແວດລ້ອມແຂວງອັດຕະ​ ເມື່ອຕອນເຊົ້າຂອງວັນທີ 29​ ກັນຍາ​ 2022​ ນໍ້າເຊກອງ​ ຢູ່ຈຸດວັດແທກບ້ານ​ ເວີນແຄນ, ເມືອງສາມັກຄີໄຊ,ແຂວງອັດຕະປື​ ວັດແທກໄດ້ 16,​28​ ແມັດ, ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນຕະລາຍ,​ພ້ອມດຽວກັນນັ້ນຂອງວັນດຽວກັນນໍ້າຈາກລໍານໍ້າເຊກອງ​ ຍັງໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ​ ຢູ່ເທດສະບານຂອງແຂວງອັດຕະປື,​

ເຊິ່ງມີບ້ານເວີນແຄນ, ບ້ານສະເພົາທອງ,​ບ້ານບຸ່ງ,​ບ້ານ​ຫຼັກສາມ​ ແລະ​ ບ້ານ​ເຊກອງ,​ເຮັດໃຫ້ມີຫຼາຍຫັງຄາເຮືອນໄດ້ຮັບຄວາມເສຍຫາຍ,​ປະຊາຊົນຫຼາຍຄອບຄົວໄດ້ຮີບຮ້ອນຂົນເຂົ້າຂອງຊັບສິນຍ້າຍໄປໄວໃນບ່ອນພືນທີ່ສູງ​ ແລະ​ ປະຈຸບັນລະດັບນໍ້າຍັງເພີ່ມສູງຂື້ນເລື້ອຍໆ.​

ລາຍງານໂດຍ​ ຂ່າວສານ ອອນລາຍ​ ອັດຕະປື

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *