ແຈ້ງການ ຈາກສໍານັກງານນາຍົກລັດຖະມົນຕີ ເລກທີ 1656/ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 15 ທັນວາ 2021
ເລື່ອງ : ທິດຊີ້ນໍາຕໍ່ແຜນການກະກຽມຄວາມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວ.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:
1. ເຫັນດີຮັບຮອງການປະເມີນ ແລະ ແຜນປະຕິບັດງານ ສໍາລັບເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ COVID-19 ໃນ ສປປ ລາວ ແລະ ຮັບຮອງແຜນຈັດຕັ້ງປະຕິບັດເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ຊຶ່ງມີ 7 ຫນ້າວຽກຫຼັກ ແລະ 34 ຫນ້າວຽກຍ່ອຍ ແລະ ອະນຸມັດ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕາມການສະເຫນີຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
2. ເຫັນດີກໍານົດເອົາວັນທີ 17 ທັນວາ 2021 ເປັນມື້ຖະແຫຼງຂ່າວແຜນການຕ້ອນຮັບນັກທ່ອງທ່ຽວ ແລະ ກໍານົດເອົາວັນທີ 01 ມັງກອນ 2022 ເປັນມື້ເປີດຕ້ອນຮັບນັກທ່ອງທ່ຽວ, ເພື່ອຄວາມເປັນເອກະພາບສູງ ແລະ ເປັນ ເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ລາຍງານການກະກຽມຄວາມພ້ອມຕ່າງໆ ຕໍ່ກອງປະຊຸມ ລັດຖະບານ ສະໄຫມວິສາມັນ ໃນທ້າຍເດືອນ ທັນວາ 2021
ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ
