ນະຄອນຫຼວງພະບາງ ອອກຄໍາສັ່ງ ເພື່ອປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດ ໂຄວິດ-19 ຢູ່ບ້ານ ໂຄມຂວາງ

ເຈົ້າຄອງ ນະຄອນຫຼວງພະບາງ ອອກຄໍາສັ່ງ ດ່ວນທີ່ສຸດ ວ່າດ້ວຍ ການເຂັ້ມງວດ ເພື່ອປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດ ໂຄວິດ-19 ຢູ່ບ້ານ ໂຄມຂວາງ ນະຄອນຫຼວງພະບາງ ດັ່ງລາຍລະອຽດ ຂ້າງລຸ່ມນີ້

1 ຫ້າມຄົນທີ່ອາໄສຢູ່ບ້ານໂຄມຂວາງ (ຮ່ອມບໍລິສັດພູສີກໍ່ສ້າງ ຫາ ຮ່ອມໜ້າປ້ຳນ້ຳມັນໜອງຊາຍ) ເດີນທາງເຂົ້າອອກຈາກບ້ານຢ່າງເດັດຂາດພ້ອມທັງຕັ້ງຈຸດກວດກາຄົນເຂົ້າອອກປະຈຳ24ຊົ່ວໂມງ ຍົກເວັ້ນກໍລະນີຈຳເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນບ້ານ

2 ໃຫ້ປິດບັນດາຮ້ານຂາຍເຄື່ອງຍ່ອຍ,ຮ້ານປີ້ງເອັນລະເບີດ,ຮ້ານອາຫານ ແລະ ຮ້ານອື່ນໆທີ່ຢູ່ໃນຮ່ອມດັ່ງກ່າວ. ເຊິ່ງກຳນົດພື້ນທີ່ດັ່ງກ່າວເປັນເຂດແດງຈຸດທີ່ມີຄວາມສ່ຽງໃນການພົວພັນ,ສຳພັດ,ໃກ້ສິດຂອງຜູ້ຕິດເຊື້ອໂຄວິດ19

3ມອບໃຫ້ຄະນະສະເພາະກິດຂັ້ນນະຄອນ ຮີບຮ້ອນລົງສົມທົບກັບຫົວໜ້າກຸ່ມບ້ານ ແລະ ອົງການປົກຄອງບ້ານໂຄມຂວາງ ສືບສວນ-ສອບສວນເກັບກຳຂໍ້ມູນຕົວຈິງຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໃຫ້ແຈ້ງລະອຽດ ແລະ ລາຍງານຄະນະສະເພາະກິດຂັ້ນແຂວງຮັບຊາບແລະແກ້ໄຂທັນເວລາ

4ມອບໃຫ້ຄະນະສະເພາະກິດຂັ້ນນະຄອນ,ກອງບັນຊາການ ປກສ-ປກຊ ນະຄອນແລະຄະນະສະເພາະກິດຂັ້ນບ້ານເປັນເຈົ້າການປະຕິບັດເຂັ້ມງວດ

5 ຄຳສັ່ງສະບັບນີ້ເລີ່ມຈັດຕັ້ງແຕ່ເວລາ18:00ຂອງວັນທີ25 ສິງຫາ-8 ກັນຍາ 2021 ຖ້າບໍ່ມີກໍລະນີພົບຜູ້ຕິດເຊື້ອໃໝ່ຫຼັງ 14 ວັນຈະໄດ້ປະເມີນອອກຈາກເຂດແດງ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *