ດ່ວນ! ມາດຕະການຜ່ອນຜັນດ້ານອາກອນ ແລະ ຄ່າທຳນຽມທາງ ຈາກກະຊວງການເງິນ
ເພື່ອໃຫ້ ບຸກຄົນ, ນິຕິບຸກຄົນ ແລະອົງການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ໃນຂອບເຂດທົ່ວປະເທດປະຕິບັດນະໂຍບາຍຜ່ອນຜັນ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໄລຍະ 2 ຂອງປີ 2021 ໃຫ້ມີຄວາມເປັນເອກະພາບກັນ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 532/ຫສນຍ,ລົງວັນທີ 20 ພຶດສະພາ 2021.
ກະຊວງການເງິນ ອອກແນະນໍາ ດັ່ງນີ້:
1. ການປະຕິບັດນະໂຍບາຍຍົກເວັ້ນ ການເກັບອາກອນລາຍໄດ້ຈາກເງິນເດືອນຂອງຜູ້ອອກແຮງງານທັງໝົດ ທັງພາກລັດ ແລະ ເອກະຊົນ ທີ່ມີລາຍໄດ້ 5.000.000 ລ້ານກິບລົງມາ ໃນໄລຍະ 3 ເດືອນ (ເດືອນເມສາ,ພຶດສະພາ ແລະ
ມີຖຸນາ). ແຕ່ສໍາລັບຜູ້ມີລາຍໄດ້ເງິນເດືອນເກີນ 5.000.001 ລ້ານຂຶ້ນໄປ ໃຫ້ຄິດໄລ່ຫັກຍົກເວັ້ນ 5.000.000 ລ້ານກີບ ກ່ອນ ( ຊິ່ງຈະກວມເອົາ ການຍົກເວັ້ນຕາມກົດໝາຍຄື: 1.300.000 ກີບ ລົງມາ ແລະ 1.300.001 ຫາ 5.000.000 ກີບ) ແລ້ວຈິ່ງຄິດໄລ່ຕາມຂັ້ນທະວິຄູນ ໂດຍເລີ່ມຈາກຫ້ອງອັດຕາ 10% ຂື້ນໄປຕາມຕາຕະລາງ ອາກອນລາຍໄດ້ຈາກເງິນເດືອນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 39 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບ
ເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2019, ສໍາລັບໄລຍະເວລາ ການແຈ້ງ ແລະ ຊຳລະອາກອນ ໃຫ້ປະຕິບັດ
ດັ່ງນີ້:
– ອາກອນລາຍໄດ້ເງິນເດືອນ ຂອງເດືອນເມສາ 2021 ໃຫ້ແຈ້ງ ແລະ ຊຳລະອາກອນ ບໍ່ໃຫ້ກາຍວັນທີ 31 ພຶດສະພາ 2021;
– ອາກອນລາຍໄດ້ເງິນເດືອນ ຂອງເດືອນ ພຶດສະພາ 2021 ໃຫ້ແຈ້ງ ແລະ ຊໍາລະອາກອນ ບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021;
– ອາກອນລາຍໄດ້ເງິນເດືອນ ຂອງເດືອນ ມິຖຸນາ 2021 ໃຫ້ແຈ້ງ ແລະ ຊໍາລະອາກອນ ບໍ່ໃຫ້ກາຍວັນທີ 31 ກໍລະກົດ 2021.
ໃນກໍລະນີທີ່ໄດ້ແຈ້ງອາກອນ ແລະຊຳລະອາກອນ ປະຈໍາເດືອນ 4/2021 ແລ້ວ ສາມາດເອົາຈໍານວນທີ່ໄດ້ມອບແລ້ວໃນສ່ວນທີ່ໄດ້ຮັບການຍົກເວັ້ນ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 532/ຫສນຍ, ລົງວັນທີ 20 ພຶດສະພາ 2021 ໄປຍົກຫັກຕໍ່ໃນເດືອນ 5/2021 ແລະເດືອນຕໍ່ໆ
ໄປຈົນກວ່າຈະຫາມົດ (ຕາຕະລາງສູດຄິດໄລ່ ທີ່ສາມາດດາວໂຫລດໃນເວັບໄຊ taxservice.mof.gov.la). ສ່ວນອາກອນປະຈໍາເດືອນ 5 ແລະ 6/2021 ລະບົບTaxRIS ຈະຄິດໄລ່ອັດຕະໂນມັດ.
2. ການປະຕິບັດນະໂຍບາຍ ຍົກເວັ້ນການເກັບອາກອນລາຍໄດ້ ຂອງຈຸນລະວິສາຫາກິດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ທີ່ 2 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2019 ເປັນໄລຍະ 3 ເດືອນ (ເດືອນເມສາ, ພຶດສະພາ ແລະ ມິຖຸນາ)ຂອງປີ 2021. ໃນກໍລະນີທີ່ວິສາຫະກິດ ໄດ້ມອບລ່ວງຫນ້າໄປກ່ອນແລ້ວ ປະຈໍາເດືອນ 4/2021 ຫລື 6 ເດືອນລ່ວງຫນ້າ ຂອງປີ 2021 ໃຫ້ປະສານກັບສ່ວຍສາອາກອນປະຈໍາທ້ອງຖິ່ນ ບ່ອນທີ່ຂື້ນທະບຽນອາກອນ, ເພື່ອ
ດັດແກ້ອາກອນທີ່ໄດ້ຮັບນະໂຍບາຍຍົກເວັ້ນດັ່ງກ່າວ ໄປຫັກລົບກັບອາກອນທີ່ຈະມອບ ປະຈໍາເດືອນ 7, 8 ແລະ 9 ຕາມລໍາດັບ, ກໍລະນີ ທຸລະກິດ ໄດ້ມອບອາກອນລາຍໄດ້ຈຸນລະວິສາຫະກິດຂອງປີ 2021 ໝົດແລ້ວ ສາມາດຫັກລົບກັບຈໍານວນທີ່ຈະຕ້ອງມອບໃນປີ 2022 ຕາມຈໍານວນສະເລ່ຍເປັນເດືອນ ຂອງອາກອນດັ່ງກ່າວທີ່ມອບໃນປີ 2021.
3. ສໍາລັບຜູ້ທີ່ປະຕິບັດການແຈ້ງເສຍອາກອນລາຍໄດ້ເງິນເດືອນແບບມອບເໝົາ ຫຼືປະຕິບັດຕາມອັດຕາຄົງທີ່ ຕາມສັນຍາສໍາປະທານທີ່ລັດຖະບານໄດ້ລົງນາມນັ້ນ ຫລື ແຈ້ງການສະເພາະໃດຫນຶ່ງ ໃຫ້ແຈ້ງມອບຕາມສັນຍາ ຫລື ແຈ້ງການທີ່ກຳນົດໄວ້ (ໝາຍວ່າບໍ່ໄດ້ຮັບນະໂຍບາຍຍົກເວັ້ນຕາມຂໍ້ 1 ຂ້າງເທິງ)
4. ການເລື່ອນເສຍຄ່າທໍານຽມທາງ ຈາກມື້ສຸດທ້າຍວັນທີ 31 ມີນາ 2021 ເປັນວັນທີ 30 ມິຖຸນາ 2021, ຖ້າກາຍກຳນົດເວລາດັ່ງກ່າວນີ້ (ນັບແຕ່ວັນທີ 01 ກໍລະກົດ ຮອດວັນທີ 31 ທັນວາ 2021 ) ຈະຖຶກປັບໃໝ 0,1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ ຕາມທີ່ໄດ້ກຳນົດໄວ້ໃນ IV ຂໍ້ 2.ຂ ຂອງຄຳແນະ
ນະຈັດຕັ້ງປະຕິບັດຖະບັນຍັດວ່າດ້ວຍຄ່າທຳນຽມທາງ ສະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017.
ສໍາລັບ ຜູ້ເສຍຄ່າທໍານຽມທາງ ທີ່ໄດ້ເສຍຄ່າປັບໃໜກ່ອນຫນ້າ ແຈ້ງການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 532/ຫສນຍ, ລົງວັນທີ 20 ພຶດສະພາ 2021 ໄປແລ້ວ ໃຫ້ປະສານກັບສ່ວຍສາອາກອນປະຈໍາທ້ອງຖິ່ນ ບ່ອນທີ່ພາຫະນະ ໄດ້ຂື້ນທະບຽນຢູ່ ຫລືບ່ອນທີ່ໄດ້ເສຍຄ່າທໍານຽມທາງ
(ເອົາໃບຮັບເງິນການເສຍຄ່າທຳນຽມທາງ ຢູ່ຈຸດນັ້ນມາພ້ອມ) ເພື່ອຂໍເງິນຄ່າປັບໄຫມຈາກຄ່າທຳນຽມທາງ ຄືນສະເພາະຊ່ວງເດືອນ ເມສາ ຫາເດືອນ ມິຖຸນາ ປີ 2021 ເທົ່ານັ້ນ. ສະນັ້ນ, ມອບໃຫ້ສ່ວຍສາອາກອນປະຈໍາແຂວງ ແລະນະຄອນຫລວງ ປະຕິບັດການສົ່ງເງິນຄືນໃນກໍລະນີດັ່ງກ່າວ ຕາມແຈ້ງການຂອງກົມສ່ວຍສາອາກອນ ເລກທີ 4657/ກສອ, ລົງວັນທີ 22 ພະຈິກ 2019.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ປະຕິບັດຕາມຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ.
