ໃນວັນທີ 20 ພະຈິກ 2021 ນີ້ ເຈົ້າເມືອງຊຳເໜືອ, ແຂວງຫົວພັນ ອອກຄຳສັ່ງປິດການເຂົ້າອອກເມືອງຊຳເໜືອຊົ່ວຄາວ ເນື່ອງຈາກເຫັນວ່າມັນມີຄວາມສ່ຽງທີ່ຈະລະບາດຂອງພະຍາດໂຄວິດ-19 ໄປສູ່ຫຼາຍບ້ານຂອງເມືອງຊຳເໜືອ. ພ້ອມເຈົ້າເມືອງຊຳເໜືອ ອອກຄໍາສັ່ງດັ່ງນີ້:
1. ປິດການເຂົ້າ-ອອກເມືອງຕໍ່ເມືອງ, ບ້ານຕໍ່ບ້ານຂອງເມືອງຊຳເໜືອ ນັບແຕ່ວັນທີ 20 ພະຈິກ ຫາ ວັນທີ 3 ທັນວາ 2021 (ຍົກເວັ້ນຄະນະສະເພາະກິດຂັ້ນເມືອງທີ່ເຄື່ອນໄຫວວຽກງານ).
2. ປິດການຮຽນ-ການສອນທຸກຊັ້ນຮຽນທົ່ວເມືອງຊຳເໜືອ ເພື່ອຮັກສາໄລຍະຫ່າງໃນສັງຄົມ.
3. ມອບໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ອົງການທຽບເທົ່າຂັ້ນເມືອງຈັດຜຽນໃຫ້ພະນັກງານ-ລັດຖະກອນມາປະຈໍາການໃນແຕ່ລະວັນຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ພະຈິກ ຫາ ວັນທີ 3 ທັນວາ 2021, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານທີ່ຮັບຜິດຊອບລະບົບໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ການຂົນສົ່ງ, ສາທາລະນະສຸກ, ຜູ້ທີ່ໄດ້ຮັບການມອບໝາຍໃຫ້ປະຈຳການ.
4. ປິດກິດຈະກໍາການຫຼິ້ນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ, ຫ້າມຈັດງານແຂ່ງຂັນກິລາທຸກປະເພດຈົນກ່ວາຈະມີແຈ້ງການອະນຸມັດໃຫ້ເປີດຢ່າງເປັນທາງການ.
5. ປິດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານສະນຸກເກີທຸກປະເພດ.
6. ຫ້າມຈັດງານບຸນປະເພນີ, ງານລ້ຽງ, ງານດອງ, ງານສ້າງສັນ ຫຼື ຊຸມແຊວຕ່າງໆ
7. ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19ຂັ້ນເມືອງ
8. ຫ້າມສວຍໃຊ້ໂອກາດກັກຕູນ ຫຼື ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອຶ່ນໆທີ່ມີຄວາມຈໍາເປັນຕໍ່ການດຳລົງຊີວິດປະຈຳວັນ
9. ຫ້າມຄົນເມືອງຊຳເໜືອເດີນທາງໄປຕ່າງເມືອງ, ຕ່າງແຂວງ. ຫ້າມຄົນຕ່າງເມືອງ, ຕ່າງແຂວງເດິນທາງເຂົ້າມາເມືອງຊຳເໜືອ, ຍົກເວັ້ນຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈໍາຢູ່ເມືອງຊຳເໜືອ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ພ້ອມມາດຕະການອື່ນໆ
