ດ່ວນ! ນາຍົກລັດຖະມົນຕີ ແຕ່ງຕັ້ງຄະນະຮັບຜິດຊອບ 8 ທ່ານ ຊີ້ຊີ້ນໍາ ແລະ ວາງມາດຕະການຮີບດ່ວນໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ.
ວັນທີ 6 ມິຖຸນາ 2022 ນີ້ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ເລກທີ 36/ນຍ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ.
ເຊິ່ງໄດ້ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ 8 ທ່ານ ຊື່ງປະກອບມີບັນດາທ່ານ ດັ່ງນີ້:
1. ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ເປັນຫົວໜ້າຄະນະ.
2. ທ່ານ ລັດຖະມົນຕີກະຊວງການເງິນ ເປັນຮອງຫົວໜ້າຄະນະ.
3. ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ.
4. ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວເປັນຄະນະ.
5. ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ.
6. ທ່ານຮອງຫົວໜ້າອົງການກວດກາແຫ່ງລັດ ເປັນຄະນະ.
7. ທ່ານຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແລະ 8. ທ່ານປະທານສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັດ ເປັນຄະນະ.
ໃນນີ້, ຂໍ້ຕົກລົງຍັງໄດ້ມອບສິດ ແລະ ໜ້າດັ່ງນີ້:
1. ວາງມາດຕະການຮັບປະກັນການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈຳເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກຳນົດລາຄາ ໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານໍ້າມັນເຊື້ອໄຟ ຢູ່ຕະຫຼາດໂລກ ແລະ ສະພາບຄວາມເປັນຈິງ ຂອງປະເທດເຮົາ.
2. ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງ ໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ການແກ້ໄຂບັນດາຮ້ານແລກປ່ຽນ, ການນໍາໃຊ້ເງິນຕາໃນທ້ອງຕະຫຼາດ ໃຫ້ມີຄວາມສະຫງົບ ແລະ ມີສະຖຽນລະພາບ.
3. ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລ່ວງລະເມີດກົດໝາຍ, ສ້າງຄວາມປັ່ນປ່ວນ,ສ້າງບັນຫາເສຍຫາຍໃຫ້ແກ່ເສດຖະກິດ-ການເງິນຂອງຊາດ, 4. ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກຳນົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າ ໃນທ້ອງຕະຫຼາດ ຢູ່ໃນເກນປົກກະຕິ.
5. ວາງມາດຕະການຕ່າງໆນໍາໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບການ ຢ່າງທັນການ.
