ດ່ວນ!! ຄຳສັ່ງເພີ່ມທະວີ ການປ້ອງກັນ ຄວບຄຸມ ໂຄວິດ-19 ນະຄອນຫຼວງວຽງຈັນ

ຄຳສັ່ງ​ເລກທີ​ 015/ຈນວ ວັນທີ 30/08/2021 ວ່າດ້ວຍການເພີ່ມທະວີປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ
1. ຫ້າມບຸກຄົນທີ່ຢູ່ໃນເຂດ/ບ້ານແດງຂອງນະຄອນຫຼວງວຽງຈັນ ອອກໄປຕ່າງແຂວງ ແລະ ຫ້າມບຸກຄົນຈາກ ເຂດ/ບ້ານແດງຂອງຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.
2. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຜູ້ທີ່ລະເມີດ ຈະຖືກນຳຕົວໄປຈຳກັດບໍລິເວນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ, ພ້ອມທັງຖືກປັບໃໝແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ ດ້ວຍຕົນເອງທັງໝົດ.​
3. ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກຳຕ່າງໆເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ຢ່າງເຂັ້ມງວດ.
4. ຫ້າມເປີດຮ້ານຄາຣາໂອເກະ, ສະຖານບັນເທີງ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ສວນອາຫານ, ຮ້ານກິນ-ດື່ມ​ (ລວມທັງຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ), ໂຮງສາຍຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ.​
5. ຫ້າມເປີດສູນກິລາໃນຮົ່ມ – ກາງແຈ້ງ ເປັນຕົ້ນແມ່ນ: ສູນອອກກໍາລັງກາຍ, ເດີ່ນດອກປີກໄກ່, ເດີ່ນບານເຕະ, ເດີ່ນເປຕັງ, ສະໜາມຕີມວຍ, ສະລອຍນ້ຳ, ສັງວຽນຕີໄກ່ ແລະ ກິລາປະເພດອື່ນໆ ທີ່ຮ່າງກາຍສໍາຜັດກັນ.​
6. ຫ້າມພາຫະນະສັນຈອນ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ,​ ຍົກເວັ້ນ ລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.​
7. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ຊີວິດປະຈຳວັນ ຢ່າງເດັດຂາດ.​
8. ຫ້າມໂຄສະນາເຜີຍແຜ່, ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ຜ່ານສື່ຕ່າງໆ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ,ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ສັງຄົມ.​
9. ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ໃນທົ່ວນະຄອນຫຼວງວຽງຈັນ; ປີດການຂົນສົ່ງໂດຍສານ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ I, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.​
10. ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *