ຍອດຜູ້ເສຍຊີວິດຈາກນ້ຳຖ້ວມໃນປາກິດສະຖານ ຫລາຍກວ່າ1ພັນຄົນ

ຍອດຜູ້ເສຍຊີວິດຈາກນ້ຳຖ້ວມໃນປາກິດສະຖານ ຫລາຍກວ່າ1ພັນຄົນ
ຂປລ.ຕາມ​ຂ່າວ​ຈາກ ອິດສະ​ລາມາ​ບັດ, ສຳນັກງານ​ ໄພພິບັດ​ ແຫ່ງ​ຊາດ​ ຂອງ​ປາ​ກິດ​ສະຖານ ລາຍ​ງານ ​ໃນ​ວັນ​ທີ29 ​ສິງຫາ​ນີ້​ວ່າ: ຍອດ​ຜູ້ ​ເສຍ​ຊີວິດ ຈາກ​ເຫດ ​ນ້ຳ​ຖ້ວມ ​ຄັ້ງ​ໃຫຍ່​ ໃນ​ປາ​ກິດ​ສະຖານ ​ເພີ່ມ​ຂຶ້ນ 1.061ຄົນ​ ນັບ​ຕັ້ງ​ແຕ່​ ເດືອນ​ມິຖຸນາ ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ພື້ນ​ທີ່ ​ຜະລິດ​ ກະສິກຳ​ ໄດ້​ຮັບ​ ຄວາມ​ເສຍ​ຫາຍ​ ເກືອບ 1 ລ້ານ​ເຮັກຕາ, ຖະໜົນ 3.457 ກິ​ໂລ​ແມັດ ​ແລະ​ ຂົວ 157​ແຫ່ງ ຖືກ​ທຳລາຍ ຈາກ​ກະ​ແສ​ນ້ຳ ​ພັດຮຸນ​ແຮງ.

ນອກ​ນີ້ ຍັງ​ມີ ປະຊາກອນ​ ​ໄດ້​ຮັບ​ ຜົນ​ກະທົບ 33 ລ້ານ​ກວ່າຄົນ ກວມ​ເອົາ ​ເກືອບ 15% ຂອງ​ປະຊາກອນ ​ທັງ​ໝົດ ​ແລະ ມີ​ເຮືອນ​ປະຊາຊົນ ​ໄດ້​ຮັບ​ ຄວາມ​ເສຍ​ຫາຍ​ ຢ່າງ​ໜັກ ​ເກືອບ 1 ລ້ານ​ຫລັງ. ຂະນະ​ນີ້ ​ລັດຖະບານ ປາ​ກິດ​ສະຖານ ຍັງ​ຄົງ​ ຫາ​ທາງ​ ເຂົ້າ​ໄປ ​ຊ່ວຍ​ເຫລືອ ຜູ້​ປະສົບ​ໄພ ​ໃນ​ໝູ່​ບ້ານ ​ທີ່​ຖືກ​ຕັດຂາດ ​ຈາກ​ໂລກ​ ພາຍ​ນອກ ​ໂດຍ​ສະ​ເພາະ ທາງ​ພາກ​ເໜືອ ​ຂອງ​ປະ​ເທດ./. (ພາກ​ຂ່າວ: ຕ່າງປະ​ເທດ)

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *