ຊົມເຊີຍ! ແຕ່ງຕັ້ງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີຄົນໃຫ່ມຂອງລາວ

ໃນກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ. ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ອ່ານໜັງສືສະເໜີຂອງປະທານປະເທດ ແລະມາດຖານເງື່ອນໄຂຜູ້ຈະຖືກເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດຈໍານວນມີໜ້າ 162 ທ່ານ ໄດ້ປະກອບຄໍາເຫັນ ແລະລົງຄະແນນສຽງເຫັນດີ 97, 53% ເລືອກເອົາ ທ່ານ ພັນຄໍາ ວິພາວັນ ເປັນນາຍົກລັດຖະມົນຕີຄົນໃໝ່.

ປະຫວັດໂດຍຫຍໍ້

ທ່ານ ພັນຄຳ ວິພາວັນ ເກີດເມື່ອວັນທີ 14 ເມສາ 1951 ທີ່ບ້ານກາງ, ເມືອງຊຳເໜືອ,ແຂວງຫົວພັນ.
ປີ 1975-1977: ເປັນພະນັກງານຢູ່ກະຊວງສຶກສາ, ກິລາ ແລະ ທໍາມະການ.
ປີ 1977-1983: ເປັນນັກສຶກສາຢູ່ມະຫາວິທະຍາໄລອະດີດສະຫະພາບໂຊຫວຽດ.

ປີ 1983-1985: ເປັນອໍານວຍການໂຮງຮຽນບໍາລຸງທິດສະດີການເມືອງຂອງກະຊວງ ສຶກສາທິການ ແລະ ທຳມະການ.
ປີ 1985-1988: ຄົ້ນຄວ້າປະລິນຍາເອກດ້ານທິດສະດີ ມາກ-ເລນິນ ທີ່ອາດີດສະຫະພາບໂຊຫວຽດ.
ປີ 1988-1996: ເປັນຮອງອໍານວຍການໂຮງຮຽນວິທະຍາໄລສ້າງຄູວຽງຈັນ.
ປີ 2001: ເປັນຮອງລັດຖະມົນຕີຂອງສໍານັກງານນາຍົກລັດຖະມົນຕີ.

ປີ 2005: ເປັນເຈົ້າແຂວງໆຫົວພັນ.
ປີ 2011-2015: ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ປີ 2016 – 2021: ເປັນຮອງປະທານປະເທດ ແຫ່ງ ສປປ ລາວ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *