ຊົມເຊີຍເຈົ້າໜ້າທີ່ ກວດກາເຂັ້ມງວດເພື່ອຄວາມປອດໄພຂອງປະຊາຊົນ

ເປັນທີ່ຮູ້ກັນດີວ່າໄລຍະນີ້ມີຄົນລັກເຂົ້າບ້ານເຮົາບໍ່ດີແນ່ນອນ ນອກຈາກຜິດກົດໝາຍແລ້ວຍັງສ່ຽງຕໍ່ສຸຂະພາບ ແລະຊີວິດຂອງຫຼາຍໆຄົນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຍັງບໍລາມືງ່າຍໆ,

ດ້ວຍເຫດນີ້ໃນໄລຍະບຸນປີໃໝ່ເຖິງຈະເປັນຊ່ວຍເວລາພັກຂອງຫຼາຍໆຄົນ ແຕ່ເຈົ້າໜ້າທີ່ຍັງອອກລ່າຕາເວັນກວດກາຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.

ພັທ ສີໄພ ເມິງຄໍາມ່ວນ ຫົວໜ້າ ປກສ ກຸ່ມເກົ້າລ້ຽວ ເມືອງສີໂຄດຕະບອງ ນວ ໄດ້ໃຫ້ຮູ້ວ່າ: ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນີ້ ປກສ ກຸ່ມເກົ້າລ້ຽວ ໄດ້ເອົາໃຈໃສ່ຕ້ານ

ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຮອບໃໝ່ ໂດຍປະຕິບັດຕາມແຈ້ງການ, ຄໍາສັ່ງຢ່າງເຂັ້ມງວດ ເພື່ອຮັບປະກັບຄວາມສະຫງົບ ໂດຍພື້ນຖານ.

ທ່ານ ຫົວໜ້າ ປກສ ກຸ່ມເກົ້າລ້ຽວ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ບຸນປີໃໝ່ລາວ ພສ 2564 ມີຄວາມເບີກບານມ່ວນຊື່ນ ແລະ ປັດສະຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຄະນະ ປກສ

ກຸ່ມເກົ້າລ້ຽວໄດ້ນໍາເອົາ ຄໍາແນະນໍາເລກທີ 3443/ສພກ, ລົງວັນທີ 12 ເມສາ 2021 ໃນການຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ແຈ້ງການຂອງລັດຖະມົນຕີກະຊວງ

ຖະແຫຼງຂ່າວວັດທະນາທໍາ ແລະ ທ່ອງທ່ຽວ ເລກທີ 337/ຖວທ ລົງວັນທີ 13 ເມສາ 2021 ເລື່ອງການປິດສະຖານທີ່ບັນເທິງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ ແລະ ອື່ນໆ ໂດຍສົມທົບກັບ

ພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້, ໃຫ້ຄວາມຮ່ວມມື ແລະ ພ້ອມກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ 19 ເພື່ອບໍ່ໃຫ້ແຜ່ລະບາດເປັນວົງກວ້າງ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *