ຕາມຂ່າວຈາກ ບຣາຊີເລຍ,ເມື່ອບໍ່ດົນມານີ້ ກະຊວງສາທາລະນະສຸກ ຂອງບຣາຊິນ ລາຍງານວ່າ: ສະຖິຕິກ່ຽວກັບ ໂຄວິດ-19 ໃນຮອບ 24ຊົ່ວໂມງຜ່ານມາ ມີຜູ້ເສຍຊີວິດທົ່ວປະເທດ 2.286ຄົນ ນັບເປັນ ຄັ້ງທຳອິດ ຕັ້ງແຕ່ຜະເຊີນກັບ ການແຜ່ລະບາດ ເມື່ອເດືອນເມສາ ປີກາຍນີ້.ຂະນະທີ່ ຈຳນວນຜູ້ເສຍຊີວິດ ໃນຮອບລາຍວັນ ລ້າສຸດ ເຮັດໃຫ້ສະຖິຕິສະສົມ ຂອງຜູ້ເສຍຊີວິດ ຈາກໂຄວິດ-19 ໃນບຣາຊິນ ເພີ່ມເປັນ ຢ່າງໜ້ອຍ 270.656ຄົນ ຫລາຍທີ່ສຸດ ໃນທະວີບ ອາເມລິກາໃຕ້ ແລະ ເປັນອັນດັບ 2ຂອງໂລກ ຮອງຈາກ ສ.ອາເມລິກາ.ສ່ວນຜູ້ຕິດເຊື້ອ ລາຍວັນ ເພີ່ມຂຶ້ນ 79.876ຄົນ ເຮັດໃຫ້ເພີ່ມຈຳນວນ ຜູ້ຕິດເຊື້ອ ສະສົມ ຈາກໂຄວິດ-19ໃນບຣາຊິນ ມາເປັນ 11,2 ລ້ານກວ່າຄົນ ຫລາຍທີ່ສຸດ ໃນພາກພື້ນ ແລະ ເປັນອັນດັບ 3 ຂອງໂລກ ຮອງຈາກ ສ.ອາເມລິກາ ແລະ ອິນເດຍ.
