ຊາວກະຫຼ່ຽງມຽນມາ ໜີໄພສົງຄາມມາໄທ ແຕ່ຖືກທະຫານໄທຂວາງໄວ້. (ອົດຫິວ)

ທະຫານໄທ ໄລ່ຕ້ອນຊາວກະຫຼ່ຽງ ທີ່ໜີຕາຍຈາກການສູ້ຮົບໃນມຽນມາໃຫ້ຂ້າມນ້ຳສາລະວິນ ກັບໄປຝັ່ງຂອງຕົນບໍລິເວນທີ່ຕິດກັບຈັງຫວັດແມ່ຮ່ອງສອນ.. ມີການຢັງໜາມໝາກຈັບກັ້ນຕາຝັ່ງບໍ່ໃຫ້ກະຫຼ່ຽງຂຶ້ນໄດ້ ແລະໃຊ້ປືນຂູ່ກົດດັນເຂົາເຈົ້າ ທີ່ມີທັງຜູ້ເຖົ້າ ຜູ້ຍິງ ເດັກນ້ອຍ ກວ່າ 2.000 ຄົນ ຕ້ອງຖອຍລົ້ນກັບໄປອັ່ງອໍກັນ ຢູ່ຮິມຕາຝັ່ງເບື້ອງຕົນ ທັງໆທີ່ບໍ່ກ້າຂຶ້ນຝັ່ງກັບເຂົ້າໄປປະເທດ ເພາະຢ້ານຖືກລູກຫຼົງຈາກການສູ້ຮົບລະຫວ່າງທະຫານຝ່າຍລັດຖະບານ ກັບກຸ່ມຕິດອາວຸດຊາວກະຫຼ່ຽງ..
ນັກເຄື່ອນໄຫວ ໄດ້ພາກັນກ່າວປະນາມພຶດຕິກຳຂອງທະຫານໄທ ວ່າຜິດກົດໝາຍ ແລະໄຮ້ມະນຸດສະທຳ..

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *