ແຈ້ງການເພີ່ມເຕີມ ຈາກຫ້ອງວ່າການແຂວງໄຊຍະບູລີ!
1. ກຳນົດເຂດ ທີ່ມີຄວາມສ່ຽງ ໃນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ເມືອງໄຊຍະບູລີ ເພີ່ມເຕີມຄື: ບ້ານດອນໃໝ່ ເປັນເຂດສີແດງ ແລະ ບ້ານດອນເງິນ ເປັນເຂດບ້ານສີເຫຼືອງ ມອບໃຫ້ເມືອງໄຊຍະບູລີ ປິດບໍລິເວນທີ່ມີຄວາມສ່ຽງ ຈົນກວ່າຈະມີການປ່ຽນແປງ.
2. ໃຫ້ປິດຮ້ານອາຫານ ສວນອາຫານ ຮ້ານເຝີ-ເຂົ້າປຽກ-ເຂົ້າປຸ້ນ, ຮ້ານຕັດຜົມ, ຮ້ານເສີມສວາຍ ໃນບໍລິເວນທີ່ນອນໃນເຂດສີແດງ ແລະ ເຂດສີເຫຼືອງ ສຳລັບຮ້ານຂາຍອາຫານສຸກ ແລະ ຮ້ານປີ້ງ ແມ່ນອະນຸຍາດເປີດໄດ້ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ.
3. ປິດການຂົນສົ່ງ ໂດຍສານລະຫວ່າງ ເມືອງໄຊຍະບູລີ ຫາ ເມືອງອື່ນພາຍໃນ ແລະ ຕ່າງແຂວງ.
4. ຫ້າມຈັດກອງປະຊຸມໃນທຸກລະດັບ, ຖ້າກໍລະນີຈຳເປັນແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດແຂວງ.
