ງົວ-ຄວາຍເກືອບ 11.000 ໂຕ ຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ຢູ່ 7 ແຂວງຂອງລາວ
ມີສັດລ້ຽງປະເພດງົວ-ຄວາຍຂອງປະຊາຊົນ 126 ບ້ານພາຍໃນ 30 ເມືອງຂອງ 7 ແຂວງທົ່ວປະເທດ ຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ເກືອບ 11.000 ໂຕ, ໃນນີ້ ຕາຍແລ້ວ 100 ກວ່າໂຕ ແລະ ປິ່ນປົວດີແລ້ວ 8.000 ກວ່າໂຕ. ແຂວງທີ່ມີສັດຕິດເຊື້ອຫລາຍກວ່າໝູ່ແມ່ນແຂວງ ຄຳມ່ວນ ຈຳນວນ 5.100 ໂຕ, ປົວດີ 3.000 ກວ່າໂຕ, ຕາຍ 60 ກວ່າໂຕ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ ເກືອບ 4.000 ໂຕ, ປົວດີ 3.000 ໂຕ, ຕາຍ 60 ໂຕ. ສະເພາະຢູ່ນະຄອນຫລວງວຽງຈັນ ມີສັດຕິດເຊື້ອ 2.000 ກວ່າໂຕ, ປົວດີ 1.000 ກວ່າໂຕ ແລະ ຕາຍ 12 ໂຕ.
ທ່ານ ນາງ ວິໄລພອນ ວໍລະພິມ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວ່າ: ພະຍາດຜີວໜັງອັກເສບງົວ-ຄວາຍ (lumpy skin disease) ເປັນພະຍາດຕິດເຊື້ອໄວຣັດ ເຮັດໃຫ້ສົ່ງຜົນກະທົບຕໍ່ສຸຂະພາບງົວ-ຄວາຍ ແຕ່ບໍ່ສາມາດຕິດສູ່ຄົນໄດ້. ພະຍາດດັ່ງກ່າວ ຕິດຕໍ່ດ້ວຍການສຳຜັດໂດຍກົງ ເຊັ່ນ: ກິນອາຫານທີ່ປົນເປື້ອນເຊື້ອ, ໃກ້ຊິດຝູງ ແລະ ສຳພັດເຊື້ອ ຫລື ໂຕທີ່ມີເຊື້ອຢູ່, ສານຄັດລັ່ງ ຫຼື ສະເກັດຂອງໂຕທີ່ຕິດເຊື້ອ.ນອກຈາກນີ້ ແມ່ນຕິດໂດຍທາງອ້ອມ ຄື: ແມງດູດເລືອດ (ຍຸງ, ເເມງວັນ, ໂຕເຫລືອກ, ເຫັບ…). ສຳລັບຢູ່ລາວເຮົາມີການລາຍງານສະພາບການລະບາດຂອງພະຍາດຊະນິດນີ້ນັບແຕ່ກາງເດືອນເມສາເປັນຕົ້ນມາ
ຂໍ້ມູນ: Lao National Radio