ຄຳຖະແຫຼງ
ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ
(ວັນພຸດ, ວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ)
ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດ ຊາວຕ່າງປະເທດທີ່ ພວມປະຕິບັດໜ້າທີ່ ແລະ ພັກເຊົາຢູ່ສປປ ລາວ ທີ່ເຄົາລົບ ຮັກແພງ ທັງຫຼາຍ !
ມື້ນີ້,ວັນທີ 5 ພຶດສະພາ 2021 ຍັງອີກບໍ່ເທົ່າໃດຊົ່ວໂມງ ກໍຮອດເວລາ 24:00ໂມງ ເຊິ່ງເຖິງກຳນົດເວລາສຸດທ້າຍ ຂອງການຈັດຕັ້ງປະຕິບັດ ຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 15 ວ່າດວ້ຍການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ເຊິ່ງມີຜົນບັງຄັບໃຊ້ ແຕ່ເວລາ 6:00ໂມງເຊົ້າຂອງວັນທີ 22 ເມສາ 2021 ເຖິງເວລາ 24:00 ໂມງ ຂອງວັນທີ 5 ພຶດສະພາ 2021.
ໃນມື້ວານນີ້, ວັນອັງຄານ, ວັນທີ 4 ພຶດສະພາ 2021 ຄະນະສະເພາະກິດ ໄດ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ມາດຕະການຕ່າງໆ ທີ່ກຳນົດໃນຄຳສັ່ງເລກທີ 15/ນຍ, ລວມທັງແຈ້ງການເພີ່ມ ເຕີມ, ຄຳແນະນຳ ຂອງ ຄະນະສະເພາະກິດ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ກໍ ຄື ການປະເມີນທ່າອ່ຽງຂອງການລະບາດໃນຂອບ ເຂດທົ່ວປະເທດ ໃຫ້ລັດຖະບານຊາບ,ເຊິ່ງສາມາດ ຕີລາຄາໄດ້ວ່າ ຜ່ານການປະຕິບັດເນື້ອໃນນິຕິກຳຕ່າງໆດັ່ງກ່າວຂ້າງເທິງ ມີຜົນສຳເລັດດີ ພໍສົມຄວນ ລາຍລະອຽດ ຄະນະສະເພາະກິດ ກໍໄດ້ສະຫຼຸບຕີ ລາຄາ ແລະ ຖະແຫຼງຕໍ່ສັງຄົມແລ້ວ ມື້ວັນທີ 4 ພຶດ ສະພາ 2021 ທີ່ຜ່ານມາ.
ໂອກາດນີ້, ຂ້າພະເຈົ້າ ຂໍເນັ້ນຕື່ມບາງຈຸດ ເຊັ່ນ:
– ການຈັດຕັ້ງທຸກພາກສ່ວນທຸກຂັ້ນ ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ.ໃນນີ້, ລວມທັງການຊີ້ນຳບັນຊາ ຂອງອົງການປົກຄອງ,ຄະນະສະເພາະກິດທຸກຂັ້ນ, ການ ປະຕິບັດໜ້າທີ່ວິຊາສະເພາະ ຂອງກຳລັງປະກອບອາວຸດ ແລະ ພະນັກງານແພດໝໍ ທຸກຂັ້ນ, ພໍ່-ແມ່ປະຊາຊົນ ສ່ວນຫຼວງຫຼາຍກໍໃຫ້ການຮ່ວມມືຈັດຕັ້ງປະຕິບັດເປັນຢ່າງດີ.
– ສຳລັບວິຊາການແພດ:
ແມ່ນໄດ້ເລັ່ງລັດເກັບຕົວຢ່າງຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ຜູ້ທີ່ມີຄວາມສ່ຽງ ມາກວດຫາເຊື້ອໄດ້ ກວ່າ 4 ໝື່ນຕົວຢ່າງ; ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອຢູ່ບັນດາໂຮງໝໍຕ່າງໆທີ່ກຳນົດໄວ້ເປັນຢ່າງດິີ.
ເລັ່ງລັດສັກວັກຊີນໃຫ້ກຸ່ມເປົ້າໝາຍ ແລະ ປະ ຊາຊົນທົ່ວໄປ ໄດ້ເພີ່ມຂຶ້ນຫຼາຍ, ຖ້າທຽບໃສ່ໄລຍະເວລາກ່ອນມີຄຳສັ່ງ 15/ນຍ.
ໄດ້ກະກຽມໂຮງໝໍຢູ່ພາກສະໜາມຫຼາຍແຫ່ງ ໃນຂອບເຂດທົ່ວປະເທດ ສຳເລັດພາຍໃນເວລາ ບໍ່ເຖິງ 10 ວັນ, ສະເພາະຢູ່ນະຄອນຫຼວງວຽງຈັນ ມີ 3 ແຫ່ງ (1.200 ຕຽງ), ສ່ວນ ຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ ແລະແຂວງອື່ນໆ ແມ່ນມີຫຼາຍຮ້ອຍຕຽງ ເພື່ອຮອງຮັບຈຳນວນຜູ້ຕິດເຊື້ອທີ່ຈະເພີ່ມ ຂຶ້ນ.
– ສິ່ງສຳຄັນນັ້ນແມ່ນວ່າການຈັດຕັ້ງທຸກພາກສ່ວນ, ບຸກຄົນ, ນິຕິບຸກຄົນ ໄດ້ມີຄວາມຕື່ນຕົວ ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນແຕ່ລະຂັ້ນ ໂດຍທາງກົງ ແລະ ທາງອ້ອມ ຄິດເປັນມູນຄ່າຫຼາຍຕື້ກີບ. ສະເພາະຢູ່ຂັ້ນສູນກາງ ແມ່ນໄດ້ຮັບເປັນເງິນ ສຳລັບຊື້ຢາວັກຊີນ ແລະ ອຸປະກອນຕ່າງໆ ລວມເປັນເງິນຈຳນວນ 9,5 ຕື້ກີບ ; ເງິນໂດລາ 13,18 ລ້ານໂດລາສະຫະລັດ ແລະ ເງິນບາດ 4,68 ລ້ານບາດ. ນອກນັ້ນ, ຍັງໄດ້ຮັບການຊ່ວຍເຫຼືອເປັນ ອຸປະກອນການແພດທີ່ສຳຄັນ ເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຕິດຕາມອາການຄົນເຈັບ, ເຄື່ອງສ່ອງລັງສີ ແລະ ອຸປະກອນ ອື່ນໆ ຈາກປະເທດເພື່ອນມິດ ຄິດເປັນມູນຄ່າຫຼາຍກວ່າ 100 ຕື້ກີບ,ດັ່ງໄດ້ຮັບຊາບຂ່າວ ມາແລ້ວນັ້ນ. ພ້ອມກັນນີ້, ພໍ່-ແມ່ ພີ່ນ້ອງປະຊາຊົນ ຫຼາຍຄົນກໍຍັງມີຈິດໃຈດີງາມ ສະມັກໃຈຕື່ນຕົວປະກອບສ່ວນ ຊ່ວຍເຫຼືອເຊິ່ງກັນແລະກັນ ຕໍ່ກັບຜູ້ມີຄວາມຫຍຸ້ງ ຍາກ ເຊັ່ນ: ແຈກຢາຍອາຫານນໍ້າດື່ມ, ການຢືດເວ ລາການຊຳລະໜີ້, ຄ່າເຊົ່າຕ່າງໆ ໃຫ້ແກ່ກັນ ແລະ ອື່ນໆ.
ການປະກອບສ່ວນທັງໝົດນັ້ນ, ສະແດງໃຫ້ເຫັນເຖິງຄວາມເປັນນໍ້າໜຶ່ງ ໃຈດຽວກັນຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທັງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມໂອບເອຶ້ອອາລີ ຄວາມສາມັກຄີຮັກແພງ ອັນເປັນມູນເຊື້ອດີງາມຂອງປະຊາຊົນລາວ ບັນດາເຜົ່າ ແລະ ຊັ້ນຄົນຕ່າງໆພາຍໃນຊາດ.
– ໂດຍລວມແລ້ວພວກເຮົາສາມາດຄວບຄຸມການແຜ່ລະບາດ ໄດ້ໃນລະດັບໜຶ່ງ ອັດຕາຜູ້ຕິດເຊື້ອ ຄອ່ຍຫຼຸດລົງເມື່ອທຽບໃສ່ໄລຍະຕົ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ກໍຄື ໃນນາມສ່ວນຕົວ,ຕີລາຄາສູງ ແລະ ຍ້ອງຍໍສັນ ລະເສີນຢ່າງຈິງໃຈ ຕໍ່ກັບການປະກອບສ່ວນດັ່ງກ່າວ.
ເຖິງຢ່າງໃດກໍດີ, ພວກເຮົາ ກໍມີບັນຫາຈຳນວນໜຶ່ງທີ່ຍັງຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນ:
– ການຜັນຂະຫຍາຍຄຳສັ່ງ 15/ນຍ ຢູ່ບາງທ້ອງຖິ່ນ ບາງຂັ້ນ ຍັງບໍ່ທັນຖືກຕ້ອງ ແລະ ເອກະພາບ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຕ່າງໆ.
– ສະຕິຄວາມຮັບຜິດຊອບຄົນຈຳນວນໜຶ່ງ ຍັງບໍ່ທັນສູງ, ບາງບ່ອນ ບາງບຸກຄົນ ຍັງມີການລວງລະ ເມີດ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອ ແລະ ແພ່ເຊື້ອ.
– ການວິເຄາະກວດຫາເຊື້ອ ສະຖານທີ່ປິ່ນປົວບາງບ່ອນ ຍັງຈໍາກັດ ຍັງບໍ່ທັນກັບສະພາບການ.
– ການໃຫ້ຂໍ້ມູນຂອງເປົ້າໝາຍກ່ຽວຂ້ອງທີ່ມີຄວາມ ສ່ຽງບໍ່ຊັດເຈນ ຈໍານວນໜຶ່ງຍັງບໍ່ໃຫ້ການຮ່ວມມື ເຮັດໃຫ້ການຕິດຕາມເອົາຄົນເຈັບມາປິ່ນປົວລ່າຊ້າ; ແລະມີຄວາມສ່ຽງຕໍ່ການແພ່ເຊື້ອຕໍ່.
– ຈຳນວນໜຶ່ງ ໃນເມື່ອກວດພົບເຊືຶ້ອແລ້ວ ບໍ່ຍອມປິ່ນປົວ, ຍັງເອົາຕົວລົບລີ້ ອັນໄດ້ສ້າງຄວາມຫຍຸ້ງ ຍາກ ໃຫ້ແກ່ວິຊາການ ກໍຄືສັງຄົມບໍ່ໜ້ອຍ ແລະ ກໍຍັງເປັນທີ່ມາຂອງຄວາມສ່ຽງທີ່ຈະເຮັດໃຫ້ການແຜ່ເຊື້ອລະບາດຄືນໄດ້ງ່າຍໆ.
ຈາກສະພາບດັ່ງກ່າວ ແລະ ອີງຕາມການຕີລາຄາຂອງຄະນະສະເພາະກິດ, ເຖິງວ່າອັດຕາສ່ວນຈຳ ນວນຜູ້ຕິດເຊື້ອບາງເຂດ ໄດ້ມີທ່າອ່ຽງຫຼຸດລົງກໍ ຕາມ, ແຕ່ປະເທດພວກເຮົາ ກໍຍັງບໍ່ທັນຫຼຸດພົ້ນອອກຈາກຄວາມສ່ຽງໃນລະດັບແນ່ນອນໄດ້ເທື່ອ.
+ ສະນັ້ນ, ໂດຍເຫັນໄດ້ເຖິງຄວາມອັນຕະລາຍດັ່ງກ່າວ,ພັກ-ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຈຶ່ງໄດ້ພ້ອມກັນຕົກລົງ ສືບຕໍ່ປະຕິບັດມາດຕະການຕ່າງໆແຕ່ລະ ລະດັບຕາມຄຳສັ່ງ ຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 87/ຄລສພ, ຄຳສັ່ງ ສະບັບເລກທີ 15/ນຍ, ຄຳແນະນຳຂອງຄະ ນະສະເພາະກິດຂັ້ນສູນກາງ,ແຈ້ງການຂອງຫສນຍ ສະບັບເລກທີ 406/ຫສນຍ ອອກໄປຕື່ມ 15 ວັນ ຈົນຮອດ ວັນທີ 20 ພຶດສະພາ 2021. ໃນນີ້, ສຳ ລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອກຳນົດມາດຕະການຕ່າງໆທີ່ແທດເໝາະ. ການຕັດສິນໃຈນີ້, ນອກຈາກຈະອີງໃສ່ຜັນຂອງການຈັດຕັ້ງປະຕິບັດ ທີ່ຜ່ານມາ ດັ່ງໄດ້ກ່າວໄປແລ້ວນັ້ນ, ລັດຖະບານ ຍັງໄດ້ຟັງຄວາມຄິດຄວາມເຫັນ ຄຳສະເໜີ ຂອງພໍ່-ແມ່ ພີ່ນ້ອງປະຊາຊົນ, ບົດ ຮຽນຂອງປະເທດເພື່ອມິດ ແລະ ຂອງສາກົນ ( ສິ່ງນີ້ ພວກເຮົາ ກໍ່ໄດ້ເຫັນຂ່າວສານຂອງສື່ທົ່ວໂລກຮ່ວມກັນມາແລ້ວ).
ພໍ່-ແມ່ ພີ່ນ້ອງທີ່ຮັກແພງທັງຫຼາຍ, ລັດຖະບານ ຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆ ທີ່ວາງອອກ ແນ່ນອນວ່າ ຈະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການດຳລົງຊີວິດປະຈຳວັນ, ແຕ່ຂໍໃຫ້ພ້ອມກັນເຂົ້າໃຈ ແລະ ອົດທົນຜ່ານຜ່າ ໄປນຳກັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຄັ້ງນີ້ໃຫ້ໄດ້. ໃນໄລຍະ ທີ່ປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຈະພະຍາ ຍາມສ້າງເງື່ອນໄຂອຳນວຍຄວາມສະດວກ ດ້ານຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ໄດ້ດຳລົງຊີວິດເປັນປົກກະຕິແບບໃໝ່ ໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້, ໄປພ້ອມກັບການປັບປຸງ ບັນດານະໂຍບາຍ ແລະ ມາດ ຕະການຕ່າງໆທາງດ້ານເສດຖະກິດ.
ແນ່ນອນວ່າ ນະໂຍບາຍເຫຼົ່ານັ້ນ, ຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງທຸກພາກສ່ວນ ກໍຄື ທຸກຄົນກໍຕາມ, ແຕ່ກໍເປັນຄວາມພະຍາຍາມ ຂອງລັດຖະບານ ໃນທ່າມກາງສະພາບທີ່ຫຍຸ້ງຍາກ ຄືຢູ່ໃນປັດຈຸບັນ.
ພໍ່-ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ.
ໃນໄລຍະປະຕິບັດມາດຕະການດັ່ງກ່າວ, ລັດຖະ ບານ ກໍຄື ຄະນະສະເພາະກິດແຕ່ລະຂັ້ນ ຈະສືບຕໍ່ ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະຍາຍາມປັບຄວາມສົມດູນດ້ານມາດຕະການທາງການແພດ, ມາດຕະການບໍລິຫານ ແລະ ອຳນວຍຄວາມສະດວກດ້ານຊີວິດການເປັນຢູ່ຂອງປະຊາຊົນໄປຄວບຄູ່ກັນ. ຖ້າຢູ່ທ້ອງຖິ່ນໃດ ຫາກສະພາບການດີຂຶ້ນ ກໍໃຫ້ທ້ອງຖິ່ນນັ້ນ ພິຈາ ລະນາ ແລະ ອອກມາດຕະການຜ່ອນຄາຍ ຕາມຄວາມເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມ, ທ້ອງຖິ່ນໃດຫາກມີການລະບາດ ເພີ່ມຂຶ້ນ ກໍຈະໄດ້ໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ.
ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່-ແມ່ພີ່ນ້ອງປະຊາຊົນ ຕະຫຼອດຮອດ ພະນັກງານ, ທະ ຫານ, ຕຳຫຼວດ ທຸກຖ້ວນໜ້າ ຈົ່ງເຊີດຊູຄວາມຮັບ ຜິດຊອບສູງຕໍ່ ປະເທດຊາດຂອງພວກເຮົາ, ຮ່ວມແຮງຮ່ວມໃຈສາມັກຄີກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຜ່ານຜ່າໄພອັນຕະລາຍນີ້ ໄປດວ້ຍກັນ ກ້າວສູ່ໄຊຊະນະຮ່ວມກັນ ຢ່າງຕະຫຼອດປອດໄພ.
