ຂ່າວດີ! ຜູ້ຕິດເຊື້ອ ໂຄວິດ19 ຢູ່ ແຂວງວຽງຈັນ ໄດ້ຮັບການປິ່ນປົວຫາຍດີແລ້ວ ພ້ອມສົ່ງກັບບ້ານ 19 ຄົນ,ໃນຈຳນວນຜູ້ຕິດເຊື້ອ 50 ຄົນ.
ຂໍສະແດງຄວາມຍ້ອງຍໍຊົມເຊີຍຄະນະສະເພາະກິດທຸກຂັ້ນກໍ່ຄືທີມງານແພດໝໍແລະພະຍາບານແຂວງວຽງແລະເມືອງໂພນໂຮງທີ່ໄດ້ເອົາໃຈໃສ່ໃນການຕິດຕາມ,ປິ່ນປົວແລະໃຫ້ສຸຂະສຶກສາຄົນເຈັບທຸກໆວັນກ່ຽວກັບການປະຕິບັດຕົນເອງບັນຫາທາງດ້ານຈິດໃຈແລະອື່ນໆຂອງຄົນເຈັບຈົນເຮັດໃຫ້ຄົນເຈັບແຕ່ລະຄົນອາການດີຂຶ້ນໝົດທຸກຄົນແລະສາມາດອອກໂຮງໝໍໄດ້ຕາມກຳນົດຂອງການປິ່ນປົວ19ຄົນໃນຈຳນວນຜູ້ຕິດເຊື້ອ 50 ຄົນ.
ກໍລະນີ, ໃນປະຈຸບັນຄົນເຈັບຍັງສືບຕໍ່ປິ່ນປົວ 31 ກໍລະນີ ຊຶ່ງແຕ່ລະຄົນແມ່ນມີອາການເບົາບາງ.
