ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ສ້າງຂົວນໍ້າພະນາຍ ເມືອງທຸລະຄົມ ແຂວງວຽງຈັນເປັນຂົວເບຕົ້ງເສີມເຫລັກ, ພາຍຫຼັງເກີດເຫດການຂົວຫັກ ຕິດຕໍ່ກັນ 3 ຄັ້ງ !
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ເປັນຂົວເບຕົ້ງເສີມເຫລັກແບບແໜ້ນໜາຖາວອນ. ມາໃນວັນທີ 3 ພຶດສະພາ 2021 ນີ້, ຄະນະຮັບຜິດຊອບການກໍ່ສ້າງ ໂດຍມີ ທ່ານ ບົວຈັນ ອ້ວນສະຫວັນ ຮອງຫົວໜ້າກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ທ່ານ ພຸດສະດຸ ອິນທະວົງ ປະທານ ບໍລິສັດ ມາລີນີ ຈໍາກັດ ໃນນາມຜູ້ຮັບເໝົາກໍ່ສ້າງ, ພ້ອມດ້ວຍວິຊາການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງ.

ໂຄງການກໍ່ສ້າງຂົວດັ່ງກ່າວ, ມີມູນຄ່າການກໍ່ສ້າງທັງໝົດ 4,7 ຕື້ກວ່າກີບ ໂດຍແມ່ນທຶນສົມທົບຂອງກອງທຶນທາງຫລວງແຫ່ງຊາດ 80% ເທົ່າກັບ 3,8 ຕື້ກວ່າກີບ ແລະ ບໍລິສັດມາລີນີ 20% ເທົ່າກັບ 950 ລ້ານກວ່າກີບ, ລວງຍາວຂອງຂົວ 25 ແມັດ, ລວງກວ້າງ 12 ແມັດ, ກໍານົດເວລາໃນການກໍ່ສ້າງ 1 ປີ ໂດຍມອບກົມຂົວທາງເປັນເຈົ້າຂອງໂຄງການ.

ຂົວຂ້າມນໍ້າພະນາຍ ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ຫັກພັງລົງຄັ້ງຫລ້າສຸດໃນວັນທີ 9 ເມສາ 2021 ຜ່ານມາ, ອົງການປົກຄອງເມືອງທຸລະຄົມ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ຮີບຮ້ອນລາຍງານໃຫ້ອົງການປົກຄອງແຂວງວຽງຈັນ ຮັບຊາບ ແລະ ມີທິດຊີ້ນໍາ ເພື່ອວາງແຜນສ້ອມແປງຂົວໃຫ້ນໍາໃຊ້ໄດ້ເປັນປົກກະຕິ, ເຊິ່ງນັບແຕ່ຂົວນ້ຳພະນາຍໄດ້ຫັກລົງ ເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກ ໃນການເດີນທາງຜ່ານທາງເວັ້ນສໍາຮອງ, ລົດກໍ່ມີຄວາມແອອັດ, ການໄປມາຊັກຊ້າ. ການນໍາຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງກໍ່ມີຄວາມເຫັນອົກເຫັນໃຈ, ເຫັນຄວາມຫຍຸ້ງຍາກຂອງຜູ້ເດີນທາງ ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວເມືອງທຸລະ ຄົມ ແລະ ປະສານງານຢ່າງໃກ້ສິດກັບອົງການປົກຄອງແຂວງ ເພື່ອດໍາເນີນການເລັ່ງທວງໃຫ້ພາກສ່ວນກ່ຽວຂ້ອງ ຮັບຜິດຊອບການກໍ່ສ້າງຂົວຄືນໃໝ່ໃນເວລາອັນຄວນ, ເນື່ອງຈາກປປັດຈຸບັນເສັ້ນທາງເລກ 10 ຂອບເຂດເມືອງທຸລະຄົມ ແມ່ນມີລົດໜັກ ແລະ ລົດເບົາທຽວຜ່ານການເປັນຈໍານວນຫລາຍໃນແຕ່ລະວັນ. ສະນັ້ນ, ມາໃນວັນທີ 31 ມີນາ 2021 ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ເປັນຂົວເບຕົ້ງເສີມເຫລັກແບບແໜ້ນໜາຖາວອນ ແລະ ໄດ້ຕົກລົງໃຫ້ບໍລິສັດ ມາລີນີ ຈໍາກັດ ຜູ້ດຽວ ຮັບເໝົາການກໍ່ສ້າງ.

ຂໍ້ມູນ-ພາບ: ຫ້ອງການ ຖວທ ເມືອງທຸລະຄົມ
Lao National Radio