ໃນໄລຍະວັນທີ 30 ພຶດສະພາ ຫາ 05 ມິຖຸນາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ຈະມີກຳລັງປານກາງ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອ ໃນລະດັບຄ່ອຍເປັນບໍລິເວນກວ້າງ ຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້
ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ເສົາໄຟຟ້າ ແລະ ຫຼັງຄາເຮືອນເປ່ເພ ສຳລັບຜຸ້ທີ່ອາໄສຢູ່ແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດີເຈື່ອນ ແລະ ນ້ຳຖ້ວມ ເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍວັນ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ