ກົມອຸຕຸແຈ້ງ!!! 5-9 ພຶດສະພາ 2021 ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ

ເຕືອນເຝົ້າລະວັງ!​ ພາຍຸ​ຝົນຕົກ, ລົມພັດແຮງ​ 5-9 ພຶດສະພານີ້​ ຢູ່ແຂວງ​ພາກເໜືອ​ ແລະ​ ພາກກາງ
ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ແຈ້ງເຕືອນເພື່ອເຝົ້າລະວັງສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ -ລົມພັດແຮງ​ ໃນໄລຍະວັນທີ 05 ຫາ 09 ພຶດສະພາ 2021​ນີ້​ ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງຂື້ນພັດປົກຄຸມເປັສ່ວນໃຫຍ່,​ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີ ຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ. ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.​
ຄາດຄະເນສະເພາະອາກາດປະຈຳອາທິດນີ້​ ລະຫວ່າງວັນທີ 3​ ຫາ​ 9​ ພຶດສະພາ​ 2021​ ດັ່ງແຈ້ງການລຸ່ມນີ້

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *