ກົມອຸຕຸແຈ້ງເຕືອນ!!!ຝົນຕົກໜັກ ໃນລະຫວ່າງວັນທີ 18-21 ກຸມພາ 2022

ເນື່ອງຈາກວ່າມວນອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງແຮງຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບສອງຂະບວນລົມຕາເວັນຕົກພັດປົກຄຸມພາກເຫນືອ ແລະ ລົມຕາເວັນອອກພັດ ປົກຄຸມພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 21 ກຸມພາ 2022. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ.
ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກຟ້າຮ້ອງຟ້າ ເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າ ແລະ ປ້າຍໂຄສະນາ ຫັກລົ້ມ, ຫຼັງຄາ ເຮືອນເປ່ເພ ພ້ອມນີ້ຜູ້ທີ່ຈະເດີນທາງໄປແຂວງພາກເຫນືອຈົ່ງມີສະຕິຕໍ່ສະພາບດີນເຈື່ອນເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍ ວັນ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *