ກົມອຸຕຸແຈ້ງເຕືອນ!!!ຝົນຕົກໜັກ ໃນລະຫວ່າງວັນທີ 21-23 ມີນາ 2022

ໃນໄລຍະວັນທີ 21 ຫາ 23 ມີນາ 2022 ຄວາມກົດອາກາດຕໍ່າຈະປົກຄຸມທົ່ວທຸກພາກຂອງປະເທດລາວສົບທົບກັບກະແສລົມຕາເວັນຕົກ ແລະ ຕາເວັນອອກສຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່່ ຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ຢູ່ໃນແຕ່ລະພາກ ແລະ ມີຜົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ພ້ອມຈະເກີດຟ້າຜ່າ ລົມພາຍຸ ເປັນບາງໂອກາດຢູ່ແຂວງ ພາກເໜືອ ແລະ ພາກກາງ
ດັ່ງນັ້ນ ຈຶ່ງແຈ້ງເຕືອນປະຊາຊົນບັນດາເຜົ່າ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ-ຟ້າເຫຼື້ອມ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປະຈຳ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *