ກົມອຸຕຸເຕືອນ!!! ໄລຍະ 17-21 ສິງຫາ ໃຫ້ເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມ, ນໍ້າຖ້ວມ ແລະ ດິນເຈື່ອນ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດອາທິດນີ້ ໂດຍມີຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມ, ນໍ້າຖ້ວມ ແລະ ດິນເຈື່ອນ​ເນື່ອງຈາກວ່າ ໃນໄລຍະວັນທີ 17 ຫາ 21 ສິງຫາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ້ມກໍາລັງແຮງຂື້ນພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ,​ ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *