ກົມອຸຕຸເຕືອນ!!!! ຈະມີຝົນຕົກໜັກໃນວັນທີ 8-11 ມິຖຸນາ 2021 ໃນທົ່ວທຸກພາກ

ກົມອຸຕຸເຕືອນ!!!! ຈະມີຝົນຕົກໜັກໃນວັນທີ 8-11 ມິຖຸນາ 2021 ໃນທົ່ວທຸກພາກ
ແຈ້ງເຕືອນຝົນຕົກໜັກໃນວັນທີ 08 ຫາ 11 ມິຖຸນາ 2021 ! ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່ໄດ້ພາດຜ່ານເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ຂອງ
ປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກ
ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ
ແຂວງພາກເໜືອ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 08 ຫາ 11 ມິຖຸນາ 2021 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງ
ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ,
ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີ
ສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ຕິດຕໍ່ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນ
ເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *