ກົມອຸຕຸເຕືອນ!!!ເຝົ້າລະວັງສະພາບອາກາດຮ້າຍແຮງ ເຂດພາກກາງ ຫາ ພາກໃຕ້ ໃນໄລຍະວັນທີ 13-15 ກັນຍາ 2021 ນີ້

ກົມອຸຕຸເຕືອນ!!!ເຝົ້າລະວັງສະພາບອາກາດຮ້າຍແຮງ ເຂດພາກກາງ ຫາ ພາກໃຕ້ ໃນໄລຍະວັນທີ 13-15 ກັນຍາ 2021 ນີ້
ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 13 ກັນຍາ 2021
ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງພາດຜ່ານຢູ່ເຂດ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ພ້ອມດຽວກັນພາຍຸດີເປຼເຊິນໄດ້ອ່ອນກໍາລັງລົງກາຍເປັນບໍລິເວນກົດກົດດັນອາກາດຕໍ່າ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກພາກກາງ ແລະ ພາກໃຕ້. ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນໍ້າຖ້ວມຍື່ງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ລາຍງານລະດັບນໍ້າສາຂາໃນວັນທີ 13 ກັນຍາ 2021 ເວລາ 08 ໂມງເຊົ້າ, ລະດັບນໍ້າ ສຸວັນນະຄີລີ (ເຊໂດນ) ແທກໄດ້ 11.08 ແມັດ ເຊິ່ງໄດ້ກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍ 11 ແມັດ).

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *