ເນື່ອງຈາກວ່າຂອງຄວາມກົດດັນອາກາດຕໍ່າ ຫຼື ຂອງຝົນໄດ້ພາດຜ່ານພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ຟ້າຮ້ອງ ຟ້ ເຫຼື້ອມ ແລະ ຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ຫຼາຍທ້ອງຖິ່ນແຂວງ ພາກກາງ ແລະ ພາກເໜືອ. ໃນໄລຍະ ວັນທີ 07 ຫາ 09 ກັນຍາ 2021 ນີ້,
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ, ຄຳມ່ວນ, ບໍລິຄຳໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ ຫົວພັນ, ຊຽງຂວາງ , ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ດິນເຈື່ອນ, ນ້ຳຖ້ວມກະຫັນຫັນ ແລະ ນ້ຳຖ້ວມ ເກີດຂຶ້ນໃນໄລຍະ 1 – 2 ວັນຕໍ່ໜ້ານີ້ ແລະ ຂໍໃຫ້ ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
