ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດນີ້ ແຕ່ໄລຍະວັນທີ 6 ຫາ 12 ກັນຍາ 2021 ວ່າ: ໃນໄລຍະວັນທີ 6 ຫາ 7 ກັນຍານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນໃນໄລຍະວັນທີ 8 ຫາ 10 ກັນຍາ 2021 ຄວາມກົດດັນສູງຂອງອາກາດເຢັນ ຈະປົກຄຸມຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ທ້າຍອາທິດ ໄລຍະວັນທີ 11 ຫາ 12 ກັນຍາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ແຂວງພາກເໜືອ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ພ້ອມດຽວກັນນີ້, ຍັງໄດ້ມີຄຳເຕືອນເພື່ອເຝົ້າລະວັງສະພາບອາກາດຮ້າຍແຮງໃນໄລຍະວັນທີ 6 ຫາ 9 ກັນຍາ 2021 ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ເຂດແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້.
