ແຈ້ງເຕືອນພາຍຸເຂດຮ້ອນ ປະຈໍາວັນທີ 06 ຕຸລາ 2021
ຍ່ອມຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ມີຈະເພີ່ມກຳລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນໃນໄລຍະ 24 ຊົ່ວໂມງຕໍ່ໜ້ານີ້. ຈາກນັ້ນ ຈະສືບຕໍ່ເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອ ໃກ້ແຄມຝັ່ງປະເທດຫວຽດນາມ ຂຶ້ນໄປຫາເກາະໄຮໜໍາ, ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ ຈະກວມເອົາເຂດພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນອອກຂອງປະເທດລາວໃນໄລຍະວັນທີ 6 – 10 ຕຸລາ 2021, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍ່າມ່ວນ, ບໍລິຄຳໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ຳຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ລົມພັດແຮງເຮັດໃຫ້ຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.
