ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າຄວບຄຸມພະຍາດຕິດຕໍ່ ກ່າວໃນການຖະແຫລງຂ່າວປະຈໍາວັນທີ 10 ມີນາ 2022 ໂດຍຕັ້ງປະເດັນການຕັດສິນໃຈຫລຸດຜ່ອນມາດຕະການໃດໜຶ່ງ, ການຢູ່ຮ່ວມກັບໂຄວິດ-19 ຫລື ໃຫ້ຖືວ່າ ພະຍາດໂຄວິດ-19 ເປັນພະ ຍາດປະຈຳຖິ່ນ ລວມເຖິງການເປີດປະເທດ ຕ້ອງອີງໃສ່ຫລາຍປັດໄຈທີ່ສຳຄັນ ເຊັ່ນ:
1.ຕ້ອງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາຈຳນວນຜູ້ເສຍຊີວິດວ່າ ພວກເຮົາສາມາດຄວບຄຸມຫລື ຫລຸດຜ່ອນການເສຍຊີວິດໄດ້ ຫລື ບໍ່?
2.ສະຖານທີ່ປິ່ນປົວໃນທົ່ວປະເທດ ຍັງມີຄວາມສາມາດຮອງຮັບຈຳນວນຄົນເຈັບ ທີ່ອາດຈະເພີ່ມຂຶ້ນຫລາຍ ໃນຕໍ່ໜ້າໄດ້ ຫລືບໍ່? ລວມທັງຈຳນວນຄົນເຈັບທີ່ມີອາການໜັກ ຫລື ວິກິດ ທີ່ຈະເພີ່ມຂຶ້ນ ຕາມມາດ້ວຍ.
3.ຕ້ອງໄດ້ເລັ່ງສັກວັກຊີນ ຊຶ່ງແມ່ນມາດຕະການດຽວ ທີ່ຈະສາມາດຢຸດການເສຍຊີວິດໄດ້ ແລະ ເປັນສິ່ງທີ່ຫລາຍປະເທດໃນທົ່ວໂລກ ຢັ້ງຢືນ ແລະ ຍອມຮັບ.
4.ມາດຕະການສຸດທ້າຍ, ພວກເຮົາຕ້ອງໄດ້ຮັບປະກັນໃຫ້ມີຊຸດເຄືື່ອງກວດແບບໄວ ແລະ ຢາປິ່ນປົວ ເພື່ອເຮັດໃຫ້ການເຂົ້າເຖີງ ແລະ ປິ່ນປົວໄດ້ຢ່າງຖືກຕ້ອງເພື່ອຢຸດການຕິດເຊື້ອໄດ້ໄວ.