ວັນທີ 8 ກໍລະກົດ 2022 ນີ້ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການແນະນໍາ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕ່ໍາສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ໂດຍມີລາຍລະອຽດຄື:
1. ການປັບປຸງຄ່າແຮງງານຂັ້ນຕໍ່າສຸດສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ໃຫ້ປະຕິບັດ ດັ່ງນີ້:
ຄັ້ງທີ 1 : ປັບຂຶ້ນຈາກ 1.100.000 ກີບ ມາເປັນ 1.200.000 ກີບ ຕໍ່ຄົນຕໍ່ເດືອນ ຫຼື ເທົ່າກັບ 46.154 ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 5.769 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2022 ຫາ 30 ເມສາ 2013;
ຄັ້ງທີ 2 : ປັບຂຶ້ນຈາກ 1.200.000 ກີບ ມາເປັນ 1.300.000 ກີບ ຕໍ່ຄົນຕໍ່ເດືອນ ຫຼື ເທົ່າກັບ 50.000 ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 6.250 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ.
2. ເປົ້າໝາຍຜູ້ທີ່ຈະໄດ້ຮັບຄ່າແຮງງານຂັ້ນຕໍ່າສຸດແມ່ນຜູ້ອອກແຮງງານ ທີ່ເຮັດວຽກໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ເຮັດວຽກນອກລະບົບ ແລະ ໃນຄົວເຮືອນທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມື, ບໍ່ມີຄວາມຊໍານານງານ ແລະ ບໍ່ມີໃບຢັ້ງຢືນຜ່ານງານ ຊຶ່ງເຮັດວຽກບໍ່ເກີນຊາວຫົກວັນຕໍ່ເດືອນ ຫົກວັນຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ວັນ ໂດຍບໍ່ລວມເອົາເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນ ທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງງານ.
3. ສໍາລັບຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ວິຊາສະເພາະ ແລະ ຜູ້ທີ່ເຮັດວຽກຄົບ ເກົ້າເດືອນ ຜູ້ໃຊ້ແຮງງານຕ້ອງຈ່າຍເງິນເດືອນ ຫຼື ຄ່າແຮງງານ ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ. ຖ້ານໍາໃຊ້ຜູ້ອອກແຮງງານເຮັດວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການດ້ານແຮງງານ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດທີ່ກໍານົດໄວ້ໃນແຈ້ງການແນະນໍາສະບັບນີ້;
4. ໃຫ້ທຸກຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າຫາກຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກຈ່າຍຕໍ່າກວ່າ ຕ້ອງດໍາເນີນ ການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະນໍາສະບັບນີ້.
5. ໃຫ້ຄະນະກໍາມະການແຮງງານແຫ່ງຊາດ, ຄະນະກໍາມະການແຮງງານຂັ້ນແຂວງ, ກອງເລຂາຂອງຄະນະ ກໍາມະການແຮງງານແຫ່ງຊາດ ແລະ ກອງເລຂາຂອງຄະນະກໍາມະການແຮງງານຂັ້ນແຂວງ ນໍາໄປເຜີຍແຜ່, ແນະນໍາ ແລະ ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ປະຕິບັດແຈ້ງການແນະນໍາສະບັບນີ້ຢ່າງທົ່ວເຖິງ.
6. ໃຫ້ກົມຄຸ້ມຄອງແຮງງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ຫ້ອງການແຮງ ງານ ແລະ ສະຫວັດດີການສັງຄົມຂັ້ນເມືອງ ໃນຂອບເຂດທົ່ວປະເທດ ຊຸກຍູ້ເຈົ້າໜ້າທີ່ກວດກາແຮງງານ ລົງຕິດຕາມ, ກວດກາການຈັດຕັ້ງປະຕິບັດແຈ້ງການແນະນໍາສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ;
7. ໃຫ້ສະຫະພັນກໍາມະບານທຸກຂັ້ນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊຸກຍູ້ຜູ້ອອກແຮງງານ, ຜູ້ຕາງໜ້າຜູ້ ອອກແຮງງານ ຫຼື ໜ່ວຍກໍາມະບານ ປະຈໍາຢູ່ຫົວໜ່ວຍແຮງງານ ໃນການເຈລະຈາຕໍ່ລອງການເຮັດສັນຍາແຮງງານ ບຸກຄົນ ຫຼື ລວມຫມູ່, ເພື່ອກໍານົດຄ່າແຮງງານ, ນະໂຍບາຍ ແລະ ສະຫວັດດີການອື່ນທີ່ເຫມາະສົມຕາມເງື່ອນໄຂຕົວ ຈິງຂອງການດໍາເນີນທຸລະກິດທີ່ສາມາດໃຫ້ຜົນປະໂຫຍດທີ່ສູງກວ່າ;
8. ໃຫ້ສະພາການຄ້າ ແລະ ອຸດສາຫະກໍາທຸກຂັ້ນ ປຸກລະດົມ ແລະ ຊຸກຍູ້ ຜູ້ໃຊ້ແຮງງານ ປັບປຸງການເບີກຈ່າຍ ຄ່າແຮງງານຂັ້ນຕໍ່າສຸດ ໃຫ້ທັນກັບກໍານົດເວລາຕາມແຈ້ງການແນະນໍາສະບັບນີ້.
9. ໃຫ້ທຸກຫົວໜ່ວຍແຮງງານ ປະຕິບັດຕາມກົດໝາຍ ແລະ ລະບຽບການດ້ານປະກັນສັງຄົມ, ດ້ານຄວາມ ປອດໄພ ແລະ ສຸຂະພາບແຮງງານຢ່າງເຂັ້ມງວດ ໂດຍຮັບປະກັນໃຫ້ຜູ້ອອກແຮງງານທຸກຄົນໄດ້ເຂົ້າເປັນສະມາຊິກ ອົງການປະກັນສັງຄົມ ແລະ ໃຫ້ໄດ້ກວດສຸຂະພາບປະຈໍາປີ ຢູ່ສະຖານທີ່ກວດສຸຂະພາບແຮງງານທີ່ເຄື່ອນໄຫວ ຖືກຕ້ອງຕາມກົດໝາຍ;
10. ແຈ້ງການແນະນໍາສະບັບນີ້ ປ່ຽນແທນແຈ້ງການແນະນໍາສະບັບເລກທີ 1121/ຮສສ, ລົງວັນທີ 25 ເມສາ 2018 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງໃໝ່.
