ກະຊວງການເງິນ ສັ່ງຍົກເລີກການເກັບອາກອນ ແບບ ຈີກປີ້ປະຈໍາວັນ-ອອກບັດປະຈໍາເດືອນນໍາວິສາຫະກິດຂະຫນາດ ນ້ອຍ

ກະຊວງການເງິນໄດ້ອອກຄໍາສັ່ງຍົກເລີກການເກັບອາກອນ ແບບ ຈີກປີ້ປະຈໍາວັນ-ອອກບັດປະຈໍາເດືອນນໍາວິສາຫະກິດຂະຫນາດ ນ້ອຍ ເມື່ອມໍ່ໆມານີ້
ເພື່ອສົ່ງເສີມຊຸກຍູ້ ພໍ່ຄ້າຊາວຂາຍ ແລະ ວິສາຫະກິດຂະຫນາດນ້ອຍ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ຕາມນະໂຍບາຍທີ່ໄດ້ກໍານົດໄວ້ ໃນກົດຫມາຍ.
ລາຍລະອຽດຂອງຄໍາສັ່ງຍົກເລິກດັ່ງກ່າວລະບຸໄວ້ດັ່ງລຸ່ມນີ້:
1. ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກ ບັດປະຈໍາເດືອນ ນໍາບຸກຄົນ ແລະ ຊາວ ກະສິກອນ ທີ່ເປັນ ພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກໍາ ຢູ່ໃນ ຕະຫຼາດທົ່ວໄປ, ຕະຫຼາດຂາຍຜະລິດ ຕະພັນປອດສານພິດ, ຕະຫຼາດນັດ ແລະ ບັນດາຈຸດຂາຍຜົນຜະລິດກະສິກໍາ;
2. ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກ ບັດປະຈໍາເດືອນ ນໍາວິສາຫະກິດຂະຫນາດ ນ້ອຍ ທີ່ມີໃບທະບຽນ ວິສາຫະກິດ ຫຼື ບໍ່ມີໃບທະບຽນວິສາຫະກິດ ທີ່ມີລາຍຮັບປະຈໍາປີ ແຕ່ 50.000.000 ກີບລົງມາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ 1 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ ສພຊ, ລົງວັນທີ 18 ມີຖຸນາ 2013;
3. ໃຫ້ສ່ວຍສາອາກອນ ປະຈໍາ ແຂວງ, ນະຄອນຫຼວງ, ສ່ວຍສາ ອາກອນ ປະຈໍາ ເມືອງ, ນະຄອນ ເປັນເຈົ້າ ການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ ດໍາເນີນການ ປະເມີນລາຍຮັບທຸລະກິດຂອງບັນດາ ຫົວຫນ່ວຍທຸລະກິດ ທີ່ຂື້ນ
ກັບການຄຸ້ມຄອງຂອງຕົນ ໃຫ້ມີຄວາມຖືກຕ້ອງຊັດເຈນ ຕາມການ ເຄື່ອນໄຫວທຸລະກິດຕົວ ຈິງ, ເພື່ອເຮັດໃຫ້ການຄຸ້ມຄອງ ອາກອນ ຖືກຕ້ອງສອດຄ່ອງ ຕາມກົດຫມາຍ;
4. ສໍາລັບຫົວຫນ່ວຍທຸລະກິດ ທີ່ມີລາຍຮັບປະຈໍາປີ ແຕ່ 50.000.000 ກີບ ຫາ 400.000.000 ກີບ ໃຫ້ ຄິດໄລ່ເກັບ ອາກອນໃນຮູບແບບຈຸນລະວິສາຫະກິດ ຕາມອັດຕາທີ່ໄດ້ກໍານົດ ໄວ້ໃນມາດຕາ 29 ຂໍ້ 2 ຂອງກົດຫມາຍວ່າ ດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013 ໂດຍການ ສ້າງບົດບັນທຶກຮັບຮູ້ຮ່ວມກັນ ແລະ ກໍານົດເວລາໃນການມອບ ອາກອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂໍ້ 5 ຂອງກົດຫມາຍ ວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ
5. ເຈົ້າຫນ້າທີ່ສ່ວຍສາອາກອນ ຕ້ອງເປັນເຈົ້າການ ຕິດຕາມ, ຊຸກຍູ້ ແລະ ເລັ່ງທວງ ໃຫ້ຫົວຫນ່ວຍທຸລະກິດ ແຈ້ງ ແລະ ມອບອາກອນ ຢ່າງເປັນປົກກະຕິ ແລະ ທັນກໍານົດເວລາ ຕາມທີ່ໄດ້ລະບຸໄວ້ໃນ ສັນຍາ;
6. ຫ້າມເຈົ້າຫນ້າທີ່ສ່ວຍສາອາກອນ ແລະ ອໍານາດການປົກຄອງຂັ້ນ ຕ່າງໆ ເກັບອາກອນ ຕາມທີ່ໄດ້ກໍານົດໃນ ຂໍ້ 1 ແລະ 2 ຂ້າງເທິງນີ້ ຢ່າງເດັດຂາດ, ຖ້າລະເມີດຈະຖືກປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ;
ກົມສ່ວຍສາອາກອນ, ສ່ວຍສາອາກອນ ປະຈໍາແຂວງ, ນະຄອນຫຼວງ, ສ່ວຍສາອາກອນ ປະຈໍາ ເມືອງ, ນະຄອນ ແລະ ອໍາ ນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິ ບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ;
່8. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຄໍາສັ່ງ ສະບັບເລກທີ 1034/ກງ, ລົງວັນທີ 04 ເມສາ 2019.
ທີ່ມາ: ກະຊວງການເງິນ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *