ບຸນປີໃຫມ່ ຢູ່ຫຼວງພະບາງ! ຫ້າມຫຼິ້ນນ້ຳຢູ່ຕາມຖະໜົນ ໃຫ້ຈັດພໍເປັນຮີດຄອງປະເພນີເທົ່ານັ້ນ
ການຫຼິ້ນບຸນປີໃໝ່ລາວປີນີ້ ຕ້ອງມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ໃຫ້ກອງບັນຊາການ ປກສ ແຂວງ, ເມືອງ-ນະຄອນ, ອອກບົດແນະນຳລະອຽດຕື່ມ ເປັນຕົ້ນແມ່ນຫ້າມຫຼິ້ນນ້ຳຢູ່ຕາມຖະໜົນ ຫົນທາງ ຢ່າງເດັດຂາດ.
ຕ້ອງມີການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ ຕາມລະບຽບກົດໝາຍກຳນົດ ສຳລັບຮ້ານບັນເທິງ ຕ່າງໆໂດຍອີງສີງມາດຕະການທີ່ທາງຄະນະສະເພາະ ກີດຂັ້ນສູນກາງວາງອອກ ແລະ ໃຫ້ຄະນະຮັບຜິດຊອບຈັດງານສະເຫຼີມສະຫຼອງປີໃໝ່ລາວ ຄົ້ນຄວ້າລະອຽດ ກິດຈະກໍາທີ່ອານຸມັດໃຫ້ເຄື່ອນໄຫວຕາມຮີດຄອງປະເພນີ ຢູ່ຕາມວັດວາ, ອາຣາມຕ່າງໆ ແລະ ພິທີອັງເຊີນພະ ບາງລົງມາຫົດສົ່ງ
ທີ່ມາ: ຂ່າວສານຫລວງພະບາງ
