ຫຼວງພະບາງອອກແຈ້ງການ!!! ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂສະພາບການລະບາດຂອງພະຍາດ ໂຄວິດ-19 ໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565 ຄສ 2022

ແຈ້ງການເພີ່ມເຕີມ ຂອງຄະນະສະເພາະກິດ ແຂວງຫຼວງພະບາງ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂສະພາບການລະບາດຂອງພະຍາດ ໂຄວິດ-19 ໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565 ຄສ 2022
ປະຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຍັງມີການລາຍງານກໍລະນີຕິດເຊື້ອເພີ່ມຂື້ນໃນແຕ່ລະວັນ ແລະ ອາດຈະເກີດແຜ່ລາມໃນຊຸມຊົນອອກເປັນວົງກ້ວາງ, ອີກດ້ານຫນື່ງຕິດພັນກັບການເຄື່ອນໄຫວ ແລະ ການດໍາລົງ ຊີວິດປະ ຈໍາວັນ ຂອງບຸກຄົນ ແລະ ທຸກຄົນສັງຄົມ ອີກດ້ານຫນື່ງບວກກັບຄວາມບໍ່ເປັນເຈົ້າການ ບໍ່ເຂັ້ມງວດໃນການ ປະຕິບັດມາດຕະການປ້ອງກັນຕົນເອງໃນຂັ້ນພື້ນຖານ. ສະນັ້ນ ອາດມີຄວາມສ່ຽງທີ່ຈະເກີດມີການລະບາດແຜ່ລາມ ອອກເປັນວົງກ້ວາງ ຮອບໃຫມ່ສູ່ສັງຄົມພາຍໃນແຂວງ, ຖ້າຫາກບໍ່ປະຕິບັດບັນດາມາດຕະການຕ່າງໆ ທີ່ຖືກຕ້ອງແລະ ເຫມາະສົມ. ຄະນະສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄ ວິດ-19 ຂັ້ນແຂວງ ຈື່ງອອກແຈ້ງການເພີ່ມຕື່ມ ໃນໄລຍະຕັ້ງແຕ່ ວັນທີ 4 ເມສາ 2022 ດັ່ງນີ້:
1. ການຫຼີ້ນບຸນປີໃຫມ່ຕ້ອງປະຢັດມັດທະຍັດ, ມີຄວາມສະຫົງບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ສະຫຼອງຕາມຮີດຄອງປະເພນີດັ້ງເດີມທີ່ເຄີຍປະຕິບັດຜ່ານມາ ຂອງ ປູ່ຍ່າຕາຍາຍ ເຊັ່ນ: ການສັກກະລະບູຊາ, ສົງນ້ໍາພະ ແລະ ບາສີສູ່ຂັວນພາຍໃນຄອບຄົວ, ບໍ່ຊຸມແຊວແອອັດ ເຮັດໃຫ້ເກີດມີການແຜ່ລະບາດເປັນວົງກ້ວາງ ແລະ ປະຕິບັດຕາມາດຕະການຂອງຄະນະສະເພາະກິດຢ່າງເຂັ້ມງວດ.
2. ຫ້າມຢູ່ຕາມແຕ່ລະຄອບຄົວ, ບ້ານ, ເມືອງ, ນະຄອນ, ສໍານັກງານອົງການຕ່າງໆ ຈັດກິດຈະກໍາຕ່າງໆ ທີ່ມີຄົນ
ເຕົ້າໂຮມຊຸນຸມຢ່າງຫຼວງຫຼາຍ ເຊັ່ນ: ງານອວຍພອນ, ງານລ້ຽງ, ງານພົບປະສ້າງສັນ, ງານດອງ, ງານບຸນ ແລະ ເຮືອນດີ.
3. ໃຫ້ປິດ (ຊົ່ວຄາວ) ສະຖານທີ່ບັນເທີງ, ຮ້ານຄະລະໂອະເກະ, ຮ້ານກີນດື່ມທີ່ມີການບໍລິການສິ່ງມືນເມົາ (ທາດເຫຼົ້າ), ຖ້າພາກສ່ວນໃດຫາກມີການຝ່າຝືນ ຈະໄດ້ປະຕິບັດຕາມລະບຽບຕາມລະບຽບ ກົດຫມາຍ.
4. ມອບໃຫ້ອານຸກໍາມະການລຸດຜ່ອນຄວາມສ່ຽງ ເພີ່ມທະວີການໂຄສະນາສຸຂະສຶກສາ ທາງສື່ມວນຊົນຕ່າງໆເພື່ອກະຕຸ້ນໃຫ້ສັງຄົມ ມີສະຕິລະວັງຕົວຕະຫຼອດເວລາ ແລະ ມີສ່ວນຮ່ວມໃນການປະກອບສ່ວນເຂົ້າໃນ ການປ້ອງກັນພະຍາດໂຄວິດ-19 ຢ່າງເປັນຂະບວນ.
5. ການສະເຫຼີມສະຫຼອງບຸນປີໃຫມ່ແມ່ນໃຫ້ ອີງໃສ່ສະພາບການລະບາດ ຂອງ ພະຍາດໃນແຕ່ລະບ່ອນ ແລະ ໃຫ້ແຕ່ລະພາກສ່ວນປະເມີນສະພາບ ແລະ ການກະກຽມຮັບມືຕໍ່ການລະບາດທີ່ຈະເກີດຂື້ນ, ສິ່ງສໍາຄັນໃນ ການສະ ເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2565, ຄສ 2022 ແມ່ນໃຫ້ປະຕິບັດຕາມມາດຕະການຂອງ ຄະນະສະເພາະກິດວາງອອກຢ່າງເຄັ່ງຂັດ:
– ສືບຕໍ່ຄຸ້ມຄອງກໍລະນີ ແລະ ແກ້ໄຂສະພາບການລະບາດຂອງພະຍາດ, ມາດຕະການ, ສືບສວນ-ສອບສວນ, ເກັບຕົວຢ່າງກວດກາຫາເຊື້ອໃຫ້ໄວໃນເມືອງທີ່ມີການລະບາດໃນຊຸມຊົນ, ເຝົ້າລະວັງຄຸມເຂັ້ມມາດຕະການ ປ້ອງກັນການຕິດເຊື້ອ.
– ເພີ້ມທະວີຄວາມເອົາໃຈໃສ່ຂອງຄະນະສະເພາະກິດແຕ່ລະຂັ້ນ, ອໍານາດການປົກຄອງຂັ້ນຕ່າງໆ ເອົາໃຈໃສ່ ໂຄ ສະນາປຸກລະດົມໃຫ້ທົ່ວສັງຄົມ ເປັນເຈົ້າການໃນການປ້ອງກັນຕົນເອງ ໂດຍສະເພາະການປະຕິບັດມາດ ຕະການປ້ອງກັນການຕິດເຊື້ອເຊັ່ນ: ການໃສ່ຜ້າປິດປາກ-ດັ່ງ, ຫມັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອເປັນ ປະຈໍາ, ຫຼີກລ້ຽງການ ເດີນທາງໄປຍັງເຂດທີ່ມີຄວາມສ່ຽງ ຫຼື ແອອັດ, ຮັກສາໄລຍະຫ່າງທາງສັງຄົມຢ່າງເຂັ້ມ ງວດ ຫ່າງກັນ 2 ແມັດ, ສໍາຫຼັບສໍານັກງານ-ອົງການຂອງລັດ, ຫ້າງຮ້ານເອກະຊົນຕ່າງໆ ແມ່ນໃຫ້ເອົາໃຈໃສ່ ເປັນເຈົ້າການເຮັດອານາໄມຂ້າເຊື້ອ ຕາມຫຼັກການດ້ວຍຕົນເອງ, ສ່ວນທີມງານຂອງແຂວງ, ເມືອງ, ນະຄອນ ພວກເຮົາ ແມ່ນຈະເລັ່ງໃສ່ອານາໄມສະຖານທີ່, ທີ່ມີຄວາມສ່ຽງສູງເທົ່ານັ້ນ.
– ເອົາໃຈໃສ່ເພີ່ມອັດຕາສັກຢາວັກຊີນປ້ອງກັນພະຍາດໃຫ້ສູງ ແມ່ນມາດຕະການຫນື່ງທີ່ສາມາດອນປ້ອງກັນ ການ ລະບາດພະຍາດໃນຊຸມຊົນ ແລະ ແມ່ນມາດຕະການການປ້ອງກັນຍາວນານ.
– ສໍາລັບບ້ານ ຢູ່ໃນນະຄອນ ແລະ ເມືອງທີ່ຕິດພັນກັບການທ່ອງທ່ຽງ ແມ່ນສາມາດສັກຄົບໄດ້ 95% ຂຶ້ນໄປ, ພະ ນັກງານທີ່ເຮັດວຽກບໍລິການຢູ່ຕາມສະຖານທີ່ທ່ອງທ່ຽວ ເຊັ່ນ: ໂຮງແຮມ, ບ້ານພັກ, ລົດບໍລິການ, ເຮືອ, ຮ້ານ ອາຫານ ຕ້ອງໄດ້ສັກວັກຊິນປ້ອງກັນ COVID-19 ຄົບ. ໃຫ້ບັນດາພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ບັນດາທະນາຄານຕ່າງໆ, ນັກຮຽນ, ນັກສຶກສາ, ບັນດາພະແນກການ, ຫ້ອງການໃຫ້ເອົາໃຈໃສ່ຈັດເລັ່ງໃຫ້ພະນັກງານຂອງຕົນເອງທີ່ຍັງບໍ່ທັນໄດ້ ສັກຢາຄົບ 02 ເຂັ້ມ ຫຼື ຄົບໂດສ ແລະ ເຂັ້ມກະຕຸ້ນ 03-04 ເຂັມ ແມ່ນໃຫ້ໄປສັກຕາມຈຸດທີ່ກໍານົດໄວ້ໃຫ້ ຄົບ.
– ສໍາລັບນັກທ່ອງທ່ຽວທີ່ເຂົ້າມາຜ່ານດ່ານສາກົນສະຫນາມບິນຫຼວງພະບາງ ແມ່ນຈະມີການກວດກາ, ຄຸ້ມຄອງ , ມີລົດຮັບ-ສົ່ງ ຈາກສະຫນາມບິນຫາສະຖານທີ່ພັກເຊົາ, ຫຼັງຈາກນັ້ນທີມງານແພດຈະໄດ້ລົງເກັບຕົວຢ່າງ ຢູ່ກັບໂຮງແຮມ (ບ່ອນທີ່ເຂົາເຈົ້າພັກເຊົາ) ແລະ ສົ່ງມາກວດດ້ວຍເຄື່ອງ RT-PCR ແລະລໍຖ້າຜົນກວດ ພາຍໃນ 24-48 ຊົ່ວ ໂມງ.
• ຖ້າເປັນຜົນລົບ (Negative) ກໍຈະອະນຸຍາດອອກໄປທ່ອງທ່ຽວຕາມເທດສີຂຽວ.
• ຖ້າເປັນຜົນບວກ (Prositive) ກໍຈະໄດ້ແຍກໄປຈໍາກັດບໍລິເວນເປັນເວລາ 10 ວັນ ທີ່ທາງຄະນະສະເພາະກິດໄດ້ກະກຽມໄວ້ ຕາມຄວາມເຫມາະສົມ.
6. ມອບໃຫ້ໃຫ້ນະຄອນ-ຫຼວງພະບາງ, ບັນດາເມືອງ, ພະແນກການ, ກົມກອງ, ຈົ່ງພ້ອມກັນເອົາໃຈໃສ່ເພື່ອ
ຕິດຕາມ, ກວດກາ, ຈັດຕັ້ງຜັນຂະຫຍາຍ ແລະ ກະກຽມຄວາມພ້ອມ ດ້ານມາດຕະການປ້ອງກັນ, ຄວບຄຸມ , ສະກັດກັ້ນ ແລະ ແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *