ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວສິ່ງທີ່ຄວນປະຕິບັດເມື່ອທ່ານກັກຕົວຢູ່ເຮືອນ

ການລະບາດຂອງພະຍາດໂຄວິດ-19 ຍັງມີຢ່າງຕໍ່ເນື່ອງ ສະນັ້ນ, ພວກເຮົາໝົດທຸກຄົນບໍ່ຄວນປະໝາດ ຕ້ອງມີສະຕິລະວັງຕົວ ແລະ ເຂັ້ມງວດໃນການປ້ອງກັນຕົນເອງ ເພາະເປັນວິທີພື້ນຖານທີ່ດີທີ່ສຸດ ແລະ ຄວນໃຫ້ຄວາມສຳຄັນໃນການປະຕິບັດຢ່າງຖືກຕ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອໃນຊຸມຊົນຄຽງຄູ່ກັນນັ້ນ ກໍຕ້ອງໝັ່ນສັງເກດອາການຂອງຕົນເອງຢ່າງເປັນປະຈຳ, ດັ່ງນັ້ນ ເພື່ອຫຼຸດຜ່ອນການຕິດເຊື້ອກະຊວງສາທາລະນະສຸກຈຶ່ງໄດ້ອອກຂໍ້ແນະນຳໃນການປະຕິບັດການກັກຕົວຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນ.
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວໃຫ້ຮູ້ໃນວັນທີ 14 ມັງກອນນີ້ ທີ່ກະຊວງສາທາລະນະສຸກວ່າ: ເພື່ອຫຼຸດຜ່ອນການແຜ່ເຊື້ອຂອງພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ສິ່ງທີ່ຄວນປະຕິບັດເມື່ອທ່ານກັກຕົວຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນ (Home Isolation) ທ່ານຕ້ອງກິນເຂົ້າຄົນດຽວ ແລະ ຄວນແຍກເຄື່ອງໃຊ້ສ່ວນຕົວກັບສະມາຊິກໃນຄອບຄົວ ງົດການອອກຈາກບ້ານຕະຫຼອດເວລາ, ໃຊ້ຫ້ອງນ້ຳແຍກຈາກຄົນອື່ນ ກໍລະນີບໍ່ສາມາດແຍກໄດ້ໃຫ້ໃຊ້ຫ້ອງນ້ຳເປັນຄົນສຸດທ້າຍ, ປິດຝາຊັກໂຄກກ່ອນກົດນ້ຳທຸກຄັ້ງ ແລະ ເຮັດຄວາມສະອາດຈຸດທີ່ສຳຜັດເຊັ່ນ: ປຸ່ມກົດຊັກໂຄກ, ກ໋ອກນ້ຳ ແລະ ບໍລິເວນອື່ນໆດ້ວຍນ້ຳຢາຂ້າເຊື້ອທັນທີ, ຄວນໃສ່ຜ້າປິດປາກ-ດັງ ຕະຫຼອດເວລາທີ່ຕ້ອງພົບ ຫຼື ໂອ້ລົມກັບຍາດພີ່ນ້ອງ ແລະ ຜູ້ດູແລ ພ້ອມດຽວກັນກໍຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍໃຫ້ໄດ້ 1 ແມັດຂຶ້ນໄປງົດບໍ່ໃຫ້ບຸກຄົນອື່ນມາຢ້ຽມຢູ່ເຮືອນໃນໄລຍະທີ່ທ່ານກັກໂຕຢູ່, ໝັ່ນລ້າງມືດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າເປັນປະຈຳ, ແຍກເຄື່ອງຊັກຕ່າງຫາກ ຕາກແດດໃຫ້ແຫ້ງເພື່ອຂ້າເຊື້ອ, ແຍກຖ້ວຍ, ບ່ວງ, ຈອກ ແລະ ນ້ຳຢາລ້າງຖ້ວຍຕ່າງຫາກ, ຖິ້ມຜ້າປິດປາກ-ດັງ, ເຈ້ຍທິດຊູທີ່ໃຊ້ແລ້ວໃສ່ຖົງຂີ້ເຫຍື້ອຕ່າງຫາກ ແລະ ປິດປາກຖົງຂີ້ເຫຍື້ອໃຫ້ແໜ້ນ, ສຳລັບຜູ້ດູແລຫາກມີຄວາມຈຳເປັນຕ້ອງໂອ້ລົມກັບຜູ້ທີ່ກັກຕົວໃຫ້ໃສ່ຜ້າປິດປາກ-ດັງຕະຫຼອດເວລາ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນປະສົມຂອງທາດເຫຼົ້າເລື້ອຍໆ, ສ່ວນການຈັດສົ່ງອາຫານ ແລະ ນ້ຳດື່ມອາດໃຊ້ວິທີແຂວນໄວ້ທີ່ລູກບິດປະຕູໜ້າຫ້ອງ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *