ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກມີທ່າອ່ຽງຫຼຸດລົງ ສົມທຽບໃສ່ໃນໄລຍະຜ່ານມາ

ດຣ​ ຣັດຕະນະໄຊ​ ເພັດ​ສຸ​ວັນ​ ຫົວໜ້າ​ກົມ​ຄວບຄຸມ​ພະຍາດ​ຕິດຕໍ່​ ກ່າວ​ໃນວັນທີ​ 23​ ມັງກອນ​ 2022​ ນີ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກມີທ່າອ່ຽງຫຼຸດລົງ ສົມທຽບໃສ່ໃນໄລຍະຜ່ານມາ, ຫຼາຍປະເທດໃນຢູໂລບ ແມ່ນກະກຽມຫຼຸດຜ່ອນມາດຕະການທາງສັງຄົມ ເພື່ອກັບມາຟື້ນຟູເສດຖະກິດອີກຮອບໃໝ່.
ສະເພາະ ສປປ ລາວ ມື້ນີ້ກໍ່ເປັນອີກມື້ໜຶ່ງ ການລະບາດຢູ່ໃນປະເທດຂອງພວກເຮົາຢູ່ໃນທ່າອ່ຽງຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງອື່ນໆ ແຕ່ກໍ່ຍັງມີບາງແຂວງຍັງໂຕເລກຜູ້ຕິດເຊື້ອສູງການຫຼຸດລົງດັ່ງກ່າວນີ້ ກໍ່ແມ່ນຜົນມາຈາກປະຊາຊົນບັນດາເຜົ່າ ພະນັກງານ, ກໍາລັງປະກອບອາວຸດ ກໍ່ຄືທຸກພາກສ່ວນໃນສັງຄົມ ສ່ວນຫຼວງຫຼາຍ ແມ່ນໄດ້ປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ, ເປັນຕົ້ນ ປະຊາຊົນໄດ້ຕື່ນຕົວໄປສັກວັກຊິນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ຈໍານວນຫຼວງຫຼາຍ ການໃຊ້ຜ້າປິດປາກ-ດັງ ແລະ ການຮັກສາໄລຍະຫ່າງ ແມ່ນໄດ້ກາຍເປັນຄວາມສີ້ນເຄີຍຂອງສັງຄົມໃນຍຸກປະຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ສະຖານທີບໍລິການປິ່ນປົວໃຫ້ມີຄວາມກຽມພ້ອມໃນການຮອງຮັບຄົນເຈັບພ້ອມທັງອຸປະກອນການແພດ ແລະ ຢາປິ່ນປົວໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການແຕ່ລະໄລຍະຂອງການລະບາດຂອງພະຍາດໂຄວິດ-19 ແລະ ເລັ່ງການສັກວັກຊີນໃຫ້ບັນລຸເປົ້າໝາຍ ສູງກວ່າ 80% ໂດຍໄວເພື່ອໃຫ້ ປະເທດຂອງພວກເຮົາສາມາດເປີດປະເທດ ຕ້ອນຮັບການທ່ອງທ່ຽວສີຂຽວ ແລະ ຟື້ນຟູເສດຖະກິດ.
ໃນປະຈຸບັນ, ປະຊາຊົນຈຳນວນໜື່ງກໍ່ຍັງກວດເຊື້ອຕົນເອງດ້ວຍເຄື່ອງກວດແບບໄວ ດັ່ງນັ້ນ, ຖ້າພົບເຊື້ອກໍ່ໃຫ້ ລາຍງານ ແລະ ໂທຂໍຄຳປືກສາຈາກ ທີມງານແພດສາຍດ່ວນ 164 ໃນການຂຶ້ນທະບຽນລະຫັດຄົນເຈັບໄວ້ ເພື່ອສະດວກໃນການນຳສົ່ງຄົນເຈັບເຂົ້າປິ່ນປົວຢູ່ໂຮງໝໍກໍລະນີທີ່ມີອາການໜັກ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *