ລັດແຄລິຟໍເນຍ ຂາດແຄນບຸກຄະລາກອນທາງການແພດໜັກ

ລັດແຄລິຟໍເນຍ ຂາດແຄນບຸກຄະລາກອນທາງການແພດໜັກ ຕ້ອງໄດ້ຂໍໃຫ້ເຈົ້າໜ້າທີ່ສາທາລະສຸກ ກັບມາເຮັດວຽກເຖິງຈະຕິດເຊື້ອໂຄວິດ-19​

ບໍ່ເຖິງ​ 1​ ເດືອນ​ ຫຼັງອອກກົດລະບຽບເຂັ້ມງວດໃຫ້ເຈົ້າໜ້າທີ່ສາທະນະສຸກສັກວັກຊີນ ລ່າສຸດກະຊວງສາທາລະນະສຸກ ລັດແຄລິຟໍເນຍ​ ສະຫະລັດອາເມລິກາ​ ຮຽກຮ້ອງໃຫ້ເຈົ້າໜ້າທີ່ຍັງຕິດເຊື້ອພະຍາດໂຄວິດ-19​ ກັບມາເຮັດວຽກ ຫຼັງພົບບັນຫາຂາດແຄນບຸກຄະລາກອນທາງການແພດຢ່າງໜັກ ທ່າມກາງການທີ່ຜູ້ຕິດເຊື້ອໂຄວິດສາຍພັນໃໝ່ທີ່ເພີ່ມສູງຂຶ້ນ

ຕາມຄຳແນະນຳໃຫມ່ຂອງກະຊວງສາທາລະນະສຸກ​ ລັດແຄລິຟໍເນຍ​ ໃນວັນທີ​ 8​ ມັງກອນ​ 2022​ ລະບຸວ່າ: ບັນດາເຈົ້າໜ້າທີ່ສາທາລະນະສຸກ ທີ່ມີຜົນກວດໂຄວິດ-19​ ບໍ່ຈຳເປັນຕ້ອງກັກໂຕອີກຕໍ່ໄປ ແລະ​ ສາມາດກັບມາເຮັດວຽກໄດ້ທັນທີ ໂດຍບໍ່ຈຳເປັນຕ້ອງມີຜົນກວດທີ່ເປັນລົບ ຖ້າບໍ່ມີອາກາດສະແດງອາການ.​

ສຳນັກຂ່າວ​ BBC​ ລາຍງານວ່າ: ກະຊວງສາທາລະສຸກ ແຄລິຟໍເນຍ ລະບຸໃນຄຳແນະນຳໃຫມ່ດັ່ງກ່າວ ເປັນເຄື່ອງມືໃຊ້ຊົ່ວຄາວ ສຳລັບການແກ້ໄຂບັນຫາການຂາດແຄນເຈົ້າໜ້າທີ່ສາທາລະສຸກ ແລ​ະ​ ຄວາມຕ້ອງການທີ່ເພີ່ມຂຶ້ນຂອງຜູ້ໃຫ້ບໍລິການດ້ານການດູແລສຸຂະພາບ​ ເນື່ອງຈາກມີຜູ້ຕິດເຊື້ອເພີ່ມສູງຂຶ້ນ.​

ທີ່ມາຂ່າວ: mgronline.com

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *